ແຂວງດ່າໜັ້ງເລີ່ມ ເຄື່ອນໄຫວລະດູການ ທ່ອງທ່ຽວທະເລ

ແຂວງດ່າໜັ້ງເລີ່ມ ເຄື່ອນໄຫວລະດູການ ທ່ອງທ່ຽວທະເລ - ảnh 1
ທະເລ ດ່າໜັ້ງ
(ພາບປະກອບ)

(vovworld) – ​ແຕ່ວັນ​ທີ 30/4 ຮອດວັນ​ທີ 5/5, ຢູ່​ນະຄອນ ດ່າ​ໜັ້ງ ​ໄດ້​ຈັດ​ຕັ້ງ​ລາຍການ​ລະດູ​ການທ່ອງທ່ຽວທະ​ເລ​ປີ 2014 ດ້ວຍ​ຫົວ​ຂໍ້​ວ່າ “ທະ​ເລ ດ່າ​ໜັ້ງ - ຈຸດ​ນັດ​ພົບ​ເກົ່າ, ຮູບ​ພາບ​ໃໝ່”. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ປະ​ຈຳປີ​ຂອງ​ນະຄອນ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການທ່ອງທ່ຽວ​ທະ​ເລ, ທ່ອງ​ທ່ຽວ​ຊີວະ​ພາບ​ໃນ​ແຫຼມ ​ເຊີນຈ່າ. ນອກຈາກ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ວັດທະນະທຳ, ສິລະ​ປະ​ແລ້ວ, ປີ​ນີ້, ນະຄອນ ດ່າ​ໜັ້ງ ມີ​ການ​ເຄື່ອນ​ໄຫວ​ກິລາ​ທະ​ເລ​ຄື: ບານ​ສົ່ງ​ຫາດ​ຊາຍ​ທະ​ເລ, ​ແຂ່ງ​ລົດຖີບ​ໃນ​ແຫຼມ ​ເຊີນ​ຈ່າ, ​ຊ່ວງ​ເຮືອ Kayak.​.​.​ ທ່ານ ຫງວຽນ​ດຶກ​ຫວູ, ຮອງ​ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ແຫຼມ ​ເຊີນ​ຈ່າ ​ແລະ ບັນດາ​ຫາດຊາຍ​ທະ​ເລ​ທ່ອງ​ທ່ຽວ ດ່າ​ໜັ້ງ, ​ໃຫ້​ຮູ້​ວ່າ:

    “ລາຍການ​ເປີດ​ສະຫຼອງ​ລະດູ​ການທ່ອງທ່ຽວ​ທະ​ເລ ​ໄດ້​ຮັບ​ການ​ປະຕິບັດ​ສຳ​ເລັດ​ຜົນ​ພໍ​ສົມຄວນ​ ນັບ​​ແຕ່​ປີ 2013. ​ເພື່ອ​ສືບ​ຕໍ່​ໝາກຜົນ​ນີ້, ຄະນະ​ຄຸ້ມ​ຄອງ​ໄດ້​ສະ​ເໜີ​ຕໍ່​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະຄອນ​ຜັນ​ຂະຫຍາຍ​ປະຈ​ຳປີ ກາຍ​ເປັນ​ເຫດການ​ເພື່ອ​ດຶງ​ດູດ​ແຂກ​​ມ​າ​ເຂົ້າ​ຮ່ວມ​ການ​ທ່ອງທ່ຽວ​ທະ​ເລ. ຄະນະ​ຄຸ້ມ​ຄອງ​ຈັດ​ຕັ້ງ​ລາຍການ​ປີ​ນີ້​ໃໝ່​ກ່ວາ, ສ້າງ​ຄວາມ​ດຶງ​ດູດ​ກ່ວາ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມ​ວິ​ສະຫະ​ກິດ, ຂອງ​ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ. ສິ່ງ​ດັ່ງກ່າວ​ມີ​ຄວາມ​ໝາຍວ່າ: ນີ້​ແມ່ນ​ເຫດການ​ເປີດ​ສາກ​ເພື່ອ​ໃຫ້​ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ​ສາມາດ​ເຂົ້າ​ຮ່ວມ​ໃນ​ການ​ເຄື່ອນ​ໄຫວ​ນັ້ນ”

    ຄາດ​ວ່າ, ຈຳນວນ​ແຂກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຢູ່ ດ່າ​ໜັ້ງ ​ໃນ​ໂອກາດວັນ​ທີ 30/4 ປີ​ນີ້​ຈະ​ເພີ່ມ​ຂຶ້ນ 15 – 20% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013.


ຂ່າວ/ບົດ​ອື່ນ