ແຂວງດ້ຽນບຽນ: ຮັບ,ປົງ 30 ອັດຖິຂອງທະຫານອາສາສະໝັກ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວ

(VOVWORLD) - ຕອນເຊົ້າວັນທີ 23 ພຶດສະພາ, ຢູ່ແຂວງ ດ້ຽນບຽນ ໄດ້ຈັດຕັ້ງພິທີຮັບ, ໄຫວ້ອາໄລ ແລະ ປົງ 30 ອັດຖິທະຫານອາສາສະໝັກ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງ ແທງເນືອ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ. 

ແຂວງດ້ຽນບຽນ: ຮັບ,ປົງ 30 ອັດຖິຂອງທະຫານອາສາສະໝັກ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວ - ảnh 1 ພິທີປົ່ງອັດຖິຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງ ແທງເນືອ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ. 

(ພາບ: ຊວນຕື/ສຳນັກຂ່າວສານ ຫວຽດນາມ)

ນີ້ແມ່ນ 30 ອັດຖິໂດຍກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ກົມການເມືອງ, ທະຫານເຂດ 2, ຊອກຫາ, ທ້ອນໂຮມໃນເວລາ 6 ເດືອນຢູ່ແຂວງ ອຸດົມໄຊ ແລະ ໄຊຍະບູລີ, ມອບສົ່ງໃຫ້ແຂວງດ້ຽນບຽນ ຕາມພິທີການທະຫານ. ພາຍຫຼັງພິທີໄຫວ້ອາໄລ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ດ້ຽນບຽນ ໄດ້ຖະຫວາຍທູບທຽນ, ວາງພວງມາລາ ອາໄລຫາດວງວີນຍານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ເສຍສະຫຼະຊີວິດເພື່ອພັນທະສາກົນອັນສູງສົ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ