ແຂວງລາຍເຈົາ: ການພົບປະສັງສັນກັບພະຍານປະຫວັດສາດໃນການຕໍ່ສູ້ປົກປັກຮັກສາຊາຍແດນທາງພາກເຫນືອປີ1979

(VOVWORLD) - ຕອນບ່າຍວັນທີ 16 ກຸມພາ ຢູ່ ນະຄອນລາຍເຈົາ, ຄະນະພົວພັນຕິດຕໍ່ນັກຮົບເກົ່າປ້ອງກັນຊາຍແດນນະຄອນ ລາຍເຈົາ ແຂວງ ລາຍເຈົາ ໄດ້ຈັດຕັ້ງການພົບປະສັງສັນພະຍານປະຫວັດສາດ ຊື່ງແມ່ນບັນດາຜູ້ເຂົ້າຮ່ວມການຕໍ່ສູ້ປົກປັກຮັກສາຊາຍແດນ ຢູ່ແຂວງລາຍເຈົາປີ 1979.
ແຂວງລາຍເຈົາ: ການພົບປະສັງສັນກັບພະຍານປະຫວັດສາດໃນການຕໍ່ສູ້ປົກປັກຮັກສາຊາຍແດນທາງພາກເຫນືອປີ1979 - ảnh 1 ບັນດາພະຍານປະຫວັດສາດເຂົ້າຮ່ວມການຕໍ່ສູ້ຕ້ານສັດຕູຮຸກຮານເມື່ອວັນທີ 17 ກຸມພາປີ 1979

ທີ່ການພົບປະ, ບັນດາພະຍານປະຫວັດສາດໄດ້ທົບທວນຄືນມູນເຊື້ອອັນສະຫງ່າອົງອາດຂອງຊາດ, ຂອງທະຫານ ແລະ ປະຊາຊົນລາຍເຈົາໃນຕະຫລອດເດືອນຫນຶ່ງທຳການຕໍ່ສູ້ຕ້ານສັດຕູຮຸກຮານເມື່ອວັນທີ 17 ກຸມພາປີ 1979. ບັນດານັກຮົບເກົ່າ ຢືນຢັນວ່າ ການຕໍ່ສູ້ປົກປັກຮັກສາຊາຍແດນທາງພາກເຫນືອຢູ່ບໍລິເວນແຂວງ ລາຍເຈົາ ແມ່ນການປ້ອງກັນຕົວເພື່ອຄວາມເປັນທຳ.

ຜ່ານ 17 ບັ້ນຮົບ, ທະຫານ ແລະ ປະຊາຊົນ ລາຍເຈົາ ໄດ້ດັບສູນສັດຕູນັບພັນໆຄົນ, ຈູດເຜົາລົດຖັງ 2 ຄັນ ບັງຄັບໃຫ້ສັດຕູຜູ້ຮຸກຮານຕ້ອງຖອນກຳລັງອອກຈາກເຂດຊາຍແດນທາງພາກເຫນືອຫວຽດນາມ ໃນວັນທີ 11 ກຸມພາ.

ຕອບກັບ

ຂ່າວ/ບົດ​ອື່ນ