ແງ່ຫວັງຂອງ ຫວຽດນາມ ກາຍເປັນສູນເຕັກໂນໂລຊີການເງິນຢູ່ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ຫວຽດນາມ - ພື້ນຖານເສດຖະກິດໄດ້ຮັບຖືວ່າແມ່ນພັດທະນາຢ່າງວ່ອງໄວທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ - ມີແງ່ຫວັງກາຍເປັນສູນໃນຂົງເຂດເຕັກໂນໂລຊີການເງິນ(Fintech) ຢູ່ພາກພື້ນ.
ແງ່ຫວັງຂອງ ຫວຽດນາມ ກາຍເປັນສູນເຕັກໂນໂລຊີການເງິນຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 1(ພາບປະກອບ/TTXVN) 

ຕາມບົດຂຽນໃນເວັບໄຊ theaseanpost.com, ໃນຊຸມປີມໍ່ໆມານີ້, ເສດຖະກິດ ຫວຽດນາມ ມີລະດັບຄວາມໄວການເຕີບໂຕເປັນໜ້າປະທັບໃຈ ແລະ ເປັນປົກກະຕິ. ປີ 2017, ລະດັບຄວາມໄວການເຕີບໂຕບັນລຸ 6,8%. ຍ້ອນລະດັບການເຕີບໂຕເສດຖະກິດຢ່າງແຮງ, ຈຳນວນຄົນຊັ້ນກາງໄດ້ເພີ່ມຂຶ້ນ, ທ່າອ່ຽງການໃຊ້ສອຍສູງ ແລະ ຈຳນວນຜູ້ນຳໃຊ້ອິນເຕີແນັດນັບມື້ນັບເປັນຈຳນວນຫລວງຫລາຍ, ບັນດາສິ່ງດັ່ງກ່າວ ໄດ້ຊຸກຍູ້ການພັດທະນາພື້ນຖານເສດຖະກິດດີຈີຕອນ.

        ບົດຂຽນກໍ່ໃຫ້ຂໍ້ສັງເກດວ່າ: ດ້ວຍຄວາມສາມາດບົ່ມຊ້ອນໃນພື້ນຖານເສດຖະກິດດີຈີຕອນສົມທົບກັບແງ່ຫວັງດ້ານເສດຖະກິດ, ຫວຽດນາມ ຈະກາຍເປັນສູນ start-up  Fintech ຢູ່ພາກພື້ນໂດຍໄວ. ສາຍເຫດໜຶ່ງອີກ ທີ່ເຮັດໃຫ້ ຫວຽດນາມ ກາຍເປັນແຜນດິນທີ່ອຸດົມສົມບຸນໃຫ້ແກ່ບັນດາວິສາຫະກິດ start-up  Fintech ແມ່ນການໜູນຊ່ວຍຈາກລັດຖະບານ. ລັດຖະບານ ຫວຽດນາມ ກໍມີບັນດາລາຍການພາສີອາກອນພິເສດທີ່ສະຫງວນໃຫ້ບັນດາວິສາຫະກິດ start-up  ດ້ວຍເງື່ອນໄຂໃດໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ