ແຈ້ງການກ່ຽວກັບສານຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ

ແຈ້ງການກ່ຽວກັບສານຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ - ảnh 1
(ພາບ​ປະ​ກອບ: dangcongsan)

(vovworld) –​ ຫ້ອງ​ການ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ຮອດ​ວັນ​ທີ 28/01, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ສືບ​ຕ​ໍ່​ໄດ້​ຮັບ​ໂທ​ລະ​ເລກຊົມ​ເຊີຍ​ຂອງ: ພັກ​ບັນ​ດາ​ນັກ​ກອມມ​ູ​ນິດ Kyrfyzstan; ພັກ​ກອມ​ມູ​ນິດ​ສະ​ຫະ​ພັນ​ລັດ​ເຊຍ - ອົງ​ຄະ​ນະ​ພັກ​ນະ​ຄອນ Saint – Peterburg; ພັກ​ແຮງ​ງານໂອ​ຕາ​ລິດ; ພັກ​ຍຸ​ຕິ​ທຳ ແລະ ພັດ​ທະ​ນາ​ຕວກ​ກີ; ພັກ​ສັງ​ຄົມອັກ​ຊັງ​ຕິນ; ຂະ​ບວນ​ການ​ສາ​ມັກ​ຄີິ​ປະ​ຊາ​ຊົນ (MUP), ອັກ​ຊັງ​ຕິນ; ກອງ​ປະ​ຊຸມ​ໃຫ​ຍ່​ສາ​ກົນ​ບັນ​ດາ​ພັກ ແລະ ສັງ​ຄົມ​ໃໝ່; ສັງ​ຄົມ​ສາ​ກົນ; ສະ​ຖານ​ທູ​ດ Oman ປະ​ຈຳ​ຫວຽດ​ນາມ; ທ່ານ Piet Stell, ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ຜູ້​ທຳ​ອິດ​ຂອງ​ແບນ​ຊິກ ​ປະ​ຈຳ​ຫວຽດ​ນາມ (1990 - 1993); ພັກ​ເສ​ລີ - ສະ​ຫະ​​ພັ​ນເພື່ອ​ໄຊ​ຊະ​ນະ (FPV) ອັກ​ຊັງ​ຕິນ; ອົງ​ການ​ພາ​ສີ​ສາ​ກົນ; ກຸ່​ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ພົວ​ພັນ​ກັບ​ບັນ​ດ​າ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ສະ​ມາ​ຄົມ​ບັນ​ດາປະ​ຊາ​ຊາດອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

      ໃນ​ໄລ​ຍະ​ຜ່ານ​ມາ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄ​ດ້​ຮັບ​ໂທ​ລະ​ເລກ​ຊົມ​ເຊີຍ 248 ສະ​ບັບ ທີ່​ມາ​ຈາກ​ບັນ​ດາ​ພັກ, ອົງ​ການ​ຈັດ​ຕ​ັ້ງ, ເພື່ອ​ນ​ມິດ​ສາ​ກົນ​ໃນ​ໂລກ ແລະ ບັນ​ດາ​ອົງ​ການ​ຕາງ​ໜ້າ​ທຸ​ຕາ​ນຸ​ທູດ​ປະ​ຈຳ​ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ