ແຈ້ງການຮ່ວມຫວຽດນາມ - ຈີນ

ແຈ້ງການຮ່ວມຫວຽດນາມ - ຈີນ - ảnh 1
ທ່ານ​ເລຂາທິການ​ໃຫຍ່  ຫງວຽນ​ຟູ໋ຈ້ອງ ແລະ ​ທ່ານ ​ເລຂາທິການ​ໃຫຍ່ ຈີນ​ສື​ຈີນ​ຜີ​ງ

(vovworld) - ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ ສປ ຈີນ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 12-15/1/2017 ຂອງ​ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ຕາມ​ຄຳ​ເຊີນ​ຂອງ​ທ່ານ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈີນ​ສື​ຈີນ​ຜີ​ງ, ສອງ​ຝ່າຍ​ໄດ້​ອອກ​ແຈ້ງ​ການ​ຮ່ວມ. ​ໃນ​ນັ້ນ​ຊີ້​ແຈ້ງວ່າ: ສອງ​ຝ່າຍ​ຢັ້ງຢືນ ຫວຽດນາມ ​ແລະ ຈີນ ​ຈະ​ສືບ​ຕໍ່​ຍືດໝັ້ນທິດ​ນຳ​ທີ່​ວ່າ “​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ຮ່ວມ​ມື​ຮອບດ້ານ, ສະຖຽນ​ລະ​ພາບ​ຍາວ​ນານ, ມຸ່ງ​ໄປ​ເຖິງ​ອະນາຄົດ“ ​ແລະ ຈິດ​ໃຈ “​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ເປັນ​ເພື່ອນ​ມິດ​ທີ່​ດີ, ​ເປັນ​ສະຫາຍ​ທີ່​ດີ, ​ເປັນ​ຄູ່​ຮ່ວມ​ມື​ທີ່​ດີ“; ສອງ​ຝ່າຍ​ຍືດໝັ້ນ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ​ເພີ່ມ​ທະວີ​ການ​ແລກ​ແປ່ຽນຍຸດ​ທະ​ສາດ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ແກ້​ໄຂ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ສົມ​ເຫ​ດສົມ​ຜົນ, ​ເຮັດ​ໃຫ້ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດມີ​ຄວາມ​ເລິກ​ເຊິ່ງຕື່ມ​ອີກ. ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ພັດທະນາ​ຢ່າງ​ຕໍ່​ເນື່ອງ​ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ໃຫ້​ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ປະ​ເທດ, ມີ​ການ​ປະກອບສ່ວນ​ໃຫຍ່​ຫຼວງ​ກວ່າ​ອີກ​ໃຫ້​ແກ່​ການ​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ ​ແລະ ​ໂລກ.

        ສອງ​ຝ່າຍ​ເຫັນ​ດີ​ຈະ​ສືບ​ຕໍ່​ຜ່ານ​ບັນດາ​ຮູບ​ການ​ຄື​ຢ້ຽນຢາມ​ສອງ​ຝ່າຍ, ຈັດ​ສົ່ງ​ທູດ​ພິ​ເສດ, ​ໂທລະສັບ​ສາຍ​ດ່ວນ, ການ​ພົບ​ປະ​ປະຈຳ​ປີ, ​ຮັກສາ ​ແລະ ເພີ່ມ​ທະວີມູນ​ເຊື້ອ​ອັນ​ດີງາມ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ - ຈີນ, ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ສຳຄັນ​ຍິ່ງ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ສະພາບ​ການ​ສາກົນ, ພາກ​ພື້ນ ​ແລະ ຊີ້​ນຳ​ການ​ພົວພັນ ຫວຽດນາມ - ຈີນ ​ໃຫ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ໄລຍະ​ໃໝ່.

        ສອງ​ຝ່າຍ​ຖື​ວ່າ ຫວຽດນາມ ​ແລະ ຈີນ ພວມ​ຢູ່​ໃນ​ໄລຍະ​ພັດທະນາ​ເສດຖະກິດ​ - ສັງຄົມ, ການ​ພັດທະນາ​ຂອງ​ປະ​ເທດ​ນີ້ ​ແມ່ນ​ກາລະ​ໂອກາດ​ຂອງ​ປະ​ເທດ​ອື່ນ, ຄວນ​ເສີມ​ຂະຫຍາຍ​ບົດບາດ​ປະສານ​ງານ​ສັງ​ລວມຂອງ​ບັນດາ​ກົນ​ໄກ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ, ສອງ​ລັດ​ໃຫ້​ເປັນ​ຢ່າງ​ດີ, ສຸມ​ໃສ່​ຊຸກຍູ້​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​; ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ, ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ; ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກົນ​ໄກ​ກຳມາ​ທິການ​ຮ່ວມ​ມື​ກ່ຽວ​ກັບ​ຊາຍ​ແດນ​ທາງບົກ ຫວຽດນາມ - ຈີນ ​ແລະ ຄະນະ​ກຳມະການ​ຮ່ວມ​ມື​ຄຸ້ມ​ຄອງ​ດ່ານ​ຊາຍ​ແດນ​ທາງບົກ ຫວຽດນາມ - ຈີນ…

        ສອງ​ຝ່າຍ​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ, ຈິງ​ໃຈ ກ່ຽວ​ກັບ​ບັນຫາ​ບົນ​ທະ​ເລ; ​ເນັ້ນ​ໜັກ​ຄວາມ​ປະຕິບັດ​ຄວາມ​ຮັບ​ຮູ້​ລວມທີ່​ສຳຄັນ ​ເຊິ່ງການ​ນຳ​ສອງ​ພັກ, ສອງ​ລັດ​ບັນລຸ​ໄດ້ ​ແລະ “ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ເພື່ອ​ຊີ້​ນຳ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ ຫວຽດນາມ - ຈີນ“; ຍືດໝັ້ນ​ຜ່ານ​ການ​ເຈລະຈາ​ມິດຕະພາບ, ຊອກ​ຫາ​ມາດ​ຕະການ​​ແກ້​ໄຂ​ທີ່​ເປັນພື້ນຖານ ​ແລະ ຍາວ​ນານ ​ເຊິ່ງທັງ​ສອງ​ຝ່າຍ​ສາມາດ​ຮັບຮອງ​ໄດ້.

        ທັງ​ສອງ​ຝ່າຍ​​ເຫັນ​ດີ​ເປັນ​ເອກະສັນ ສືບ​ຕໍ່​ປະຕິບັດ “ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC)“ຢ່າງ​ຮອບດ້ານ ​ແລະ ມີ​ປະສິດທິ​ຜົນ, ສ້າງ “ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC)”; ຄວບ​ຄຸມ​ຄວາມ​ບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ​ໃຫ້​ດີ, ບໍ່​ໄດ້​ມີ​ການ​ກະທຳ​ທີ່​ພາ​ໃຫ້​ສະພາບ​ມີ​ຄວາມສັບສົນ​ຂຶ້ນ​ຕື່ມ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ສືບ​ຕໍ່​ເພີ່ມ​ທະວີ​ການ​ປະສານ​ງານ ​ແລະ ສົມທົບ​ກັນ​ຢູ່​​ເວທີ​ປາ​ໄສ​ສອງ​ຝ່າຍ, ຫຼາຍ​ຝ່າຍ; ພ້ອມ​ກັນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ ​ແລະ ​ໂລກ

 

 

ຂ່າວ/ບົດ​ອື່ນ