ແຈ້ງການຮ່ວມຫວຽດນາມ-ໄທ

ແຈ້ງການຮ່ວມຫວຽດນາມ-ໄທ - ảnh 1

(vovworld) - ​ວັນ​ທີ 23/7, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມລາຊະ​ອານາຈັກ ​ໄທ ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູງ ​ແລະ ພັນ​ລະ​ຍາ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ປະ​ເທດ​ເຈົ້າພາບ ປຣາຢຸດ ຈັນ​ໂອ​ຈາ, 2 ຝ່າຍ​ໄດ້​ອອກ​ແຈ້ງ​ການ​​ຮ່ວມ ຫວຽດນາມ - ​ໄທ.

        ແຈ້ງ​ການຊີ້​ແຈ້ງວ່າ: 2 ຝ່າຍ​ຊົມ​ເຊີຍ​​ເລື່ອງແລກປ່ຽນການ​ຢ້ຽມຢາມຂັ້ນ​ສູງ, ຜັນ​ຂະຫຍາຍ​ລາຍການ​ດຳ​ເນີນ​ງານ ຜັນ​ຂະຫຍາຍ​ກາ​ນພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ໄທ ໄລຍະ 2014 – 2018 ຢ່າງ​ມີ​ປະສິ​ເທິ​ຜົນ, ປັງ​ປຸງ​ການ​ພົວພັນ​ດ້ານ​ການ​ເມືອງ ​ແລະ ການ​ປ້ອງ​ກັນ​ຄວາມ​ສະຫງົບ, ສືບ​ຕໍ່​ເປີດ​ກວ້າງ​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ກໍ່​ຄື​ເຮັດ​ໃຫ້​ການ​ຮ່ວມ​ມື​ດ້ານວັດທະນະທຳ, ສັງຄົມ ​ແລະ ການ​ສຶດສາເລິກ​ເຊິ່ງກ່ວາ​ອີກ. ຕາມ​ນັ້ນ​ແລ້ວ, ຫວຽດນາມ ​ແລະ ​ໄທ ​ເຫັນ​ດີຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ ​ແລະ ຂໍ້​ລິ​ເລີ່​ມຂອງ​ສອງ​ຝ່າຍ​ຢ່າງມີ​ປະສິດທິ​ຜົນ, ຜ່ານ​ນັ້ນ​ເປີດ​ກວ້າງ, ​​ເຮັດ​ໃຫ້​ເລິກ​ເຊິ່ງ ​ແລະ ​ເພີ່ມ​ທະວີ​ລັກສະນະ​ປະສິດທິ​ຜົນ ຂອງ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ. ສອງ​ຝ່າຍ​ເຫັນ​ດີ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ຫວຽດນາມ ​ແລະ ​ໄທ ​ໃນ​ປີ 2016 ​ເພື່ອ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ​ໄທ. ສອງ​ຝ່າຍ​ກໍ່​ຢືນຢັນ​ຄືນ​ໃໝ່ຄຳ​ໝັ້ນ​ສັນຍາບໍ່​ອະນຸຍາດ​ໃຫ້​ສ່ວນ​ບຸກຄົນ ຫຼື​ອົງການ​ໃດ​ນຳ​ໃຊ້​ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ນີ້​ເພື່ອ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຕ້ານ​ທຳລາຍ​ປະ​ເທດ​ອື່ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ແລະ ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣາຢຸດ ຈັນ​ໂອ​ຈາ ກໍ່​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ການ​ນຳ​ສອງ​ທ່ານ​ຕີ​ລາຄາ​ສູງ​ການ​ຮ່ວມ​ມື ​ແລະ ການ​ປະສານ​ງານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ເວທີ​ປາ​ໄສ​ຕ່າງໆ​ໃນ​ພາກ​ພື້ນ, ​ແລະ ​ເຫັນ​ດີ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ນີ້, ພິ​ເສດ​ແມ່ນ​ຢູ່​ອາ​ຊຽນ. ການ​ນຳ​ສອງ​ທ່ານ​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ໝາກຜົນ​ຕ່າງໆ​ຂອງ​ການ​ຢ້ຽມຢາມ, ​ແລະ ​ແບ່ງປັນ​ທັດສະນະ​ນຳ​ກັນ​ວ່າ, ການ​ຢ້ຽມຢາມ​ໄດ້​ປະກອບສ່ວນ​ຫຼາຍ​ພໍ​ສົມຄວນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ຮັກສາ​ກຳລັງ​ໜູນ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ

       

ຂ່າວ/ບົດ​ອື່ນ