ແຕ່ລະປີຫວຽດນາມ ມີຜູ້ຕິດຢາສູບກ່ວາ 40.000 ຄົນເສຍຊີວິດ

ແຕ່ລະປີຫວຽດນາມ ມີຜູ້ຕິດຢາສູບກ່ວາ 40.000 ຄົນເສຍຊີວິດ - ảnh 1
(ພາບປະກອບ)
(vovworld) –  ຫວຽດນາມ ​ແມ່ນໜຶ່ງ​​ໃນ​ບັນດາ​ປະ​ເທດທີ່​ມີ​ອັດຕາ​ເພດຊາຍ​ສູບ​ຢາ​ສູງ​ກວ່າ​ໝູ່​ຢູ່​ໃນ​ໂລກ ​ແລະ ​ແຕ່​ລະ​ປີ​ມີ​ກວ່າ 40.000 ຄົນ​ເສຍ​ຊີວິ​​ດຍ້ອນ​ຕິດພະຍາດ​ຕາງໆຈາກ​ຢາສູບ​. ​ເພື່ອ​ຫຼຸດ​ຜ່ອນ​ຜົນ​ຮ້າຍ​ຂອງ​​ເລື່ອງ​ສູບຢາ​ທີ່​ມີ​ຕໍ່​ສຸຂະພາບ, ​ເສດຖະກິດ, ສັງຄົມ ​ແລະ ສິ່ງ​​ແວດ​ລ້ອມ, ປີ 2012 ສະພາ​ແຫ່ງ​ຊາດ ຫວຽດນາມ ​ຊຸດ​ທີ 13 ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ຜົນ​ຮ້າຍ​ຈາກ​ຢາສູບ ​ແລະ ຈະ​ມາ​ຜົນ​ສັກ​ສິດ​ແຕ່ວັນ​ທີ 01/05 ຈະ​ມາ​ເຖິງ. ​ໃນ​ຕົ້ນ​ປີ 2013, ນາຍົກລັດຖະມົນຕີກໍປະກາດ​ຂໍ້​ກຳນົດ​ຮັບຮອງ​ເອົາ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ຢາສູບ​ຮອດ​ປີ 2020, ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ຄວາມ​ຕ້ອງການ​ນຳ​ໃຊ້ ​ແລະ ຄວບ​ຄຸມ ​ເພື່ອ​ຫຼຸດ​ຜ່ອນ​​ສະໜອງ​ຜະລິດ​ຕະພັນ​ຢາສູບ​ຢູ່​ຫວຽດນາມ ​ລົງເທື່ອ​ລະ​ກ້າວ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 23/04, ຢູ່​ຮ່າ​ໂນ້ຍ. ທ່ານນາງ​ຮອງ​ລັດຖະມົນຕີກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຫງວຽນ​ທິ​ຊວຽນ, ຮອງ​ຫົວໜ້າ​ໂຄງການ​ປ້ອງ​ກັນ​ຕ້ານ​ຜົນ​ຮ້າຍ​ຈາກ​ຢາ​ສູງ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ.

        “ນອກຈາກບັນ​ດາຜົນສຳ​ເລັດ​ໃນ​ເບື້ອງ​ຕົ້ນ, ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ​ຢູ່​ຫວຽດນາມ​ ຢັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ອັດຕາ​ເພດຊາຍສູບຢາ​ຍັງ​ສູງ​ຢູ່. ການ​ເຄື່ອນ​ໄຫວ​ປ້ອງ​ກັນ ​ແລະ ຕ້ານ​ຜົນ​ຮ້າຍ​ຈາກ​ຢາ​ສູບ​ຍັງບໍ່​ທັນ​ໄດ້​ຮັບຄວາມເອົາ​ໃຈ​ໃສ່​ຂອງ​ບັນດາ​ການ​ນຳ​ຢ່າງແທ້ຈິງ. ການ​ລົງທຶນ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ປ້ອງ​ກັນ ແລະ ຕ້ານ​ຜົນ​ຮ້າຍ​ຈາກ​ຢາ​ສູບ​ຍັງຖືກຈຳກັດ​ຢູ່”.

ຂ່າວ/ບົດ​ອື່ນ