ແນະນຳບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ເຖິງປະຊາຄົມອາຊຽນ ຢູ່ ມາເລເຊຍ

(VOVWORLD) - ວັນທີ 17 ກໍລະກົດ, ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ໄດ້ແນະນຳເຖິງເພື່ອນມິດບັນດາປະເທດ ອາຊຽນ ໃນຂອບເຂດການພົບປະລະຫວ່າງພັນລະຍາຂອງບັນດາເອກອັກຄະລັດຖະທູດ ແລະ ສະມາຊິກບັນດາປະເທດ ອາຊຽນ ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ.
ແນະນຳບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ເຖິງປະຊາຄົມອາຊຽນ ຢູ່ ມາເລເຊຍ - ảnh 1 ແນະນຳບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ເຖິງປະຊາຄົມອາຊຽນ ຢູ່ ມາເລເຊຍ (ພາບ: ຫວຽດນາມ +)

ທີ່ເຫດການ, ທ່ານນາງ ຟ້າມທິຮົ່ງລຽນ ພັນລະຍາຂອງທ່ານ ເລກຸ້ຍກວິ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ແນະນຳກ່ຽວກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ຄື: ຂັບກວານເຫາະ, ພາບພື້ນເມືອງ ດົງໂຮ່ ກໍ່ຄືບັນດາຜະລິດຕະພັນສີຂັດມັນຫັດຖະກຳ ໄດ້ເຮັດດ້ວຍສີມືອັນຄ່ອງແຄ້ວຂອງນັກສິລະປະການ ຫວຽດນາມ. ຫລັງຈາກນັ້ນ, ບັນດາພັນລະຍາຂອງບັນດາເອກອັກຄະລັດຖະທູດ ແລະ ສະມາຊິກບັນດາປະເທດ ອາຊຽນ ກໍ່ໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງ ຫວຽດນາມ.

 


ຕອບກັບ

ຂ່າວ/ບົດ​ອື່ນ