ແບ່ງປັນກາລະໂອກາດໃນທ່າອ່ຽງເຄື່ອນຍ້າຍການຄ້າທົ່ວໂລກ

(VOVWORLD) -ຕອນເຊົ້າວັນທີ 4 ທັນວາ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ (VBF) ດ້ວຍຫົວຂໍ້ “ແບ່ງປັນກາລະໂອກາດໃນທ່າອ່ຽງເຄື່ອນຍ້າຍການຄ້າທົ່ວໂລກ”. 
ແບ່ງປັນກາລະໂອກາດໃນທ່າອ່ຽງເຄື່ອນຍ້າຍການຄ້າທົ່ວໂລກ - ảnh 1ບັນດາຜູ້ແທນເຂົ້າຮ່ວມ ເວທີປາໄສວິສາຫະກິດຫວຽດນາມ (VBF)

ເວທີປາໄສນີ້ໂດຍກະຊວງແຜນການ ແລະ ການລົງທຶນ, ທະນາຄານໂລກ ປະຈຳຫວຽດນາມ, ກອງທຶນລົງທຶນການເງິນສາກົນ ສົມທົບກັນຈັດຕັ້ງ ເພື່ອແນໃສ່ສ້າງຊ່ອງໂອ້ລົມສົນທະນາລະຫວ່າງ ລັດຖະບານ ແລະ ປະຊາຄົມວິສາຫະກິດ ແນໃສ່ຊຸກຍູ້ບັນດາເປົ້າໝາຍ, ຍຸດທະສາດພັດທະນາຂອງປະເທດຊາດ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ:

“ດ້ວຍຫົວຂໍ້ຂອງເວທີປາໄສຄັ້ງນີ້ແມ່ນການເຄື່ອນຍ້າຍການຄ້າທົ່ວໂລກ, ຂ້າພະເຈົ້າຖືວ່າ ພວກເຮົາຄວນຖືນີ້ແມ່ນການເຄື່ອນຍ້າຍແບບທຳມະດາ. ໃນ 3 ທົດສະວັດແຫ່ງການປ່ຽນແປງໃຫມ່ຂອງຫວຽດນາມ, ບັນດາຜົນງານດ້ານເສດຖະກິດຊື່ງຫວຽດນາມ ບັນລຸໄດ້ ແມ່ນຕິດພັນກັບເລື່ອງຫັນເສດຖະກິດເປັນເສລີ, ການເຄື່ອນຍ້າຍການຄ້າ ແລະ ການເຊື່ອມໂຍງເຂົ້າກັບເສດຖະກິດໂລກ. ຫວຽດນາມ ຖື ການເຊື່ອມໂຍງ ແມ່ນກຳລັງຫນູນ ແລະ ເຄື່ອງມືເພື່ອຊຸກຍູ້ການປະຕິຮູບ, ການເຕີບໂຕເສດຖະກິດ ແລະ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ.”

 

ຕອບກັບ

ຂ່າວ/ບົດ​ອື່ນ