ແຜນການແລະບັນດາການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມປີ2014

ແຜນການແລະບັນດາການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມປີ2014 - ảnh 1
ພາບ​ປະ​ກອບ

(vovworld) – ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຫາກໍ່​ປະ​ກາດ​ແຜນ​ການ​ຈັດ​ຕັ້ງ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ (22/12/1944 – 22/12/2014), 25 ປີ​ແຫ່​ງວັນ​ບຸນ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ (22/12/1989 – 22/12/2014). ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ແລະ 25 ປີ​ແຫ່ງວັນ​ບຸນ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ​ເພື່ອ​ແນ​ໃສ່​ທົບ​ທວນ​ຄືນ​ໄລ​ຍະ​ທາງ​ປະ​ຫວັດ​ສາດ​ທີ່​ອົງ​ອາດ​ກ້າ​ຫານ​ຂອງກອ​ງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ. ຜ່ານນັ້ນ, ປຸກ​ລຸກ​ຄວາມ​ເອກ​ອ້າງ​ທະ​ນົ​ງ​ໃຈ, ​ເຊີດ​ຊູ​ຊາດ​ຕົນ​ເອງ, ເຈດ​ຈຳ​ນົງ​ສ້າງ​ຄວາມ​ເຂັ້ມ​ແຂວງ​ດ້ວຍ​ຕົນ​ເອງ, ນ້ຳ​ໃຈ​ສາ​ມັກ​ຄີ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຂອງ​ທົ່ວ​ພັກ, ທົ່ວ​ກອງ​ທັບ ​ແລະ ທົ່ວ​ປວງ​ຊົນ. ພິ​ທີ​ສະ​ເຫຼີມ​ສະຫຼອງ 2 ເຫດ​ການນີ້​ຈະ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 20/12/2014 ຢ​ູ່​ສູນກອງ​ປະ​ຊຸມ​ແຫ່ງ​ຊາດ ຮ່​າ​ໂນ້ຍ, ກ່ອນ​ໜ້ານັ້ນ, ບັນ​ດາຜູ້​ແທນ​ຈະ​ເຂົ້າ​​ຄຳ​ນັບ​ສຸ​ສານປະ​ທານ ໂຮ່​ຈີ​ມິນ , ອາ​ໄລ​ຫາ​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ. ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຈະ ຖ່າຍ​ທອດ​ສົດ​ເຫດ​ການ​ດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ