ແຟງລັງ ຈັດຕັ້ງຫຼາຍເຫດການກ່ຽວຂ້ອງເຖິງປ່າໄມ້ ຢູ່ ຫວຽດນາມ

(VOVWORLD) - ຕາມທ່ານ Kari Kahiluoto ແລ້ວ, ປ່າໄມ້ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືຍາວນານລະຫວ່າງ ຫວຽດນາມ ແລະ ແຟງລັງ. 
ແຟງລັງ ຈັດຕັ້ງຫຼາຍເຫດການກ່ຽວຂ້ອງເຖິງປ່າໄມ້ ຢູ່ ຫວຽດນາມ - ảnh 1 ການປະຊຸມຂ່າວໃນວັນທີ 23 ພະຈິກ

ທີ່ການປະຊຸມຂ່າວ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສະຖາປະນາປະເທດ ສ. ແຟງລັງ (6/12/2017), ວັນທີ 23 ພະຈິກ, ທ່ານ Kari Kahiluoto, ເອກອັກຄະລັດຖະທູດ ແຟງລັງ ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ ພິທີສະເຫຼີມສະຫຼອງ “100 ປີ ແຟງລັງ” ຈະຈັດຕັ້ງເຫດການສຳຄັນຫຼາຍຢ່າງ.

        ຕາມທ່ານ Kari Kahiluoto ແລ້ວ, ປ່າໄມ້ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືຍາວນານລະຫວ່າງ ຫວຽດນາມ ແລະ ແຟງລັງ. ດັ່ງນັ້ນ, ສະຖານທູດ ແຟງລັງ ໄດ້ສົມທົບກັບ 3 ຄູ່ຮ່ວມມືຢູ່ ຫວຽດນາມ ຈະຈັດຕັ້ງບັນດາການເຄື່ອນໄຫວກ່ຽວຂ້ອງເຖິງ ປ່າໄມ້ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນຊາດ ສ. ແຟງລັງ.

        ລາຍລະອຽດ, ວັນທີ 24 ພະຈິກ, ສະຖານທູດ ແຟງລັງ ພ້ອມກັບອົງການ ActionAid Viet Nam ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບປ່າ ແລະ ການຄ້າໄມ້. ຈາກນັ້ນ, ວັນທີ 25 ພະຈິກ, ສະຖານທູດ ຫວຽດນາມ ປະຈຳ ແຟງລັງ ຈະສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງພິທີປູກຕົ້ນໄມ້ຢູ່ທາງແຍກຖະໜົນບາງສາຍ. ສຸດທ້າຍແມ່ນພິທີປະກາດຂໍ້ຕົກລົງປະກາດໃຊ້ລະບົບຕິດຕາມການຜັນແປຊັບພະຍາກອນປ່າໄມ້ ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດປະກາດໃຊ້ຈະຈັດຕັ້ງໃນວັນທີ 27 ພະຈິກ 2017 ຢູ່ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ