ແມ່ຍິງນະຄອນ ໂຮ່ຈີມິນແລະນະຄອນຫຼວງວຽງຈັນເພື່ອທະວີການຮ່ວມມືພັດທະນາ

ແມ່ຍິງນະຄອນ ໂຮ່ຈີມິນແລະນະຄອນຫຼວງວຽງຈັນເພື່ອທະວີການຮ່ວມມືພັດທະນາ - ảnh 1
ພິ​ທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​
ກ່ຽວ​ກັບ​ລາຍການ​ຮ່ວມ​ມື​ໄລຍະ 2016-2021
(ພາບ: phunuonline.com.vn)

(vovworld) - ວັນ​ທີ 20/10, ຢູ່​ນະຄອນ ​ໂຮ່ຈີ​ມິນ, ສະຫະພັນ​ແມ່ຍິງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ສະຫະພັນ​ແມ່ຍິງ​ນະຄອນຫຼວງ​ ວຽງ​ຈັນ, ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ ກ່ຽວ​ກັບ​ລາຍການ​ຮ່ວມ​ມື​ໄລຍະ 2016-2021. ສະຫະພັນ​ແມ່ຍິງ​ສອງ​ທ້ອງ​ຖີ່​ນຈະ​ຈັດ​ຕັ້ງ​ບັນດາ​ຄະນະ​ຜັດປ່ຽນ​ກັນມາ​ຢ້ຽມຢາມ, ​ແລກປ່ຽນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ຂະ​ບວນການ​ສະຫະພັນ​ນຳ​ກັນ; ຕັ້ງໜ້າ​ຊຸກຍູ້, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ນັກທຸລະກິດ​ຍິງ, ນັກ​ປັນຍາ​ຊົນ​ຍິງ​ສອງ​ປະ​ເທດ​ພົບ​ປະ, ​ແລກປ່ຽນ​ບົດຮຽນ​ເລີ່​ມດຳ​ເນ​ີນອາຊີບ, ຜະລິດ, ດຳ​ເນີນ​ທຸລະ​ກິດ, ຮ່ວມ​ມື, ພົບ​ປະ​ແລກປ່ຽນ​ວັດທະນະທຳນຳກັນ. ສອງ​ຝ່າຍ​ກໍ່​ສົມທົບ​ກັນ​ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ລາວ ຢູ່​ນະຄອນ ​ໂຮ່ຈີ​ມິນ. ຕາມ​ແຜນການ​ແລ້ວ, ສະຫະພັນ​ແມ່ຍິງ​ນະຄອນ ​ໂຮ່ຈີ​ມິນ ຈະ​ມອບ​ຂອງຂວັນ 500 ພູດ​ໃຫ້ສະມາຊິກ​ແມ່ຍິງ, ​ແມ່ຍິງ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ 9 ​ເມືອງ​ຂອງ​ນະຄອນຫຼວງ ວຽງ​ຈັນ ​ແລະ ຊ່ວຍ​ເຫຼືອ​ເງິນ 200 ລ້ານ​ດົ່ງ​ເພື່ອ​ໃຫ້​ສະຫະພັນ​ແມ່ຍິງ​ນະຄອນຫຼວງ​ ວຽງ​ຈັນ ໜູນ​ຊ່ວຍ​ທຶນ​ສຶກສາ, ສອນ​ວິຊາ​ຊີບ​ໃຫ້​ພະນັກງານ, ສະມາຊິກ​ສະຫະພັນ​ແມ່ຍິງ, ນັກຮຽນ, ນັກ​ສຶກສາ​ປະສົບ​ຄວາມ​ຫຍຸ້ງຍາກ.

ຂ່າວ/ບົດ​ອື່ນ