ແລກປ່ຽນຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ ຢູ່ຍີ່ປຸ່ນ

(VOVWORLD) -ວັນທີ 10 ສິງຫາ, ສະຖານທູດຫວຽດນາມ ແລະ ສະຖານທູດລາວ ປະຈຳຍີ່ປຸ່ນ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 40 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ ແລະ ລາວ.
ແລກປ່ຽນຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ ຢູ່ຍີ່ປຸ່ນ - ảnh 1 (ແລກປ່ຽນຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ ຢູ່ຍີ່ປຸ່ນ)

ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນ ຢູ່ສຳນັກງານສະຖານທູດຫວຽດນາມ ມີ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ຫງວຽນກວກເກື່ອງ, ທ່ານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວິໂລດ ສູນດາລາ ພ້ອມດ້ວຍພະນັກງານ, ພາລະກອນທັງໝົດຂອງສອງສຳນັກງານສະຖານທູດ.

        ກ່າວຄຳເຫັນທີ່ການພົບປະແລກປ່ຽນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນກວກເກື່ອງ ເນັ້ນໜັກວ່າ ຢູ່ຍີ່ປຸ່ນ, ນໍ້າໃຈສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ ໄດ້ສະແດງອອກຢ່າງລະອຽດຜ່ານການສະໜິດຕິດພັນລະຫວ່າງສອງສຳນັກງານສະຖານທູດ. ທ່ານເອກອັກຄະລັດຖະທູດ ສະແດງຄວາມປາຖະໜາວ່າ ນໍ້າໃຈສາມັກຄີມິດຕະພາບ ຫວຽດນາມ-ລາວ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງກວ່າຜ່ານການຮ່ວມມືຢ່າງມີປະສິດທິຜົນ ໃນວຽກງານລະຫວ່າງບັນດາສຳນັກງານຜູ້ຕາງໜ້າຂອງສອງປະເທດ, ກໍ່ຄືໃນການພົວພັນແລກປ່ຽນທີ່ສະໜິດສະໜົມ ລະຫວ່າງບັນດາພະນັກງານ, ພາລະກອນຂອງບັນດາອົງການສຳນັກງານຜູ້ຕາງໜ້າ ຫວຽດນາມ-ລາວ ແລະ ຄອບຄົວ.

        ສ່ວນ, ທ່ານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາທິໄປໄຕ ປະຊາຊົນລາວ ວິໂລດ ສູນດາລາ ໄດ້ແບ່ງປັນວ່າ ການເຄື່ອນໄຫວພົບປະແລກປ່ຽນລະຫວ່າງສະຖານທູດຫວຽດນາມ ແລະ ສະຖານທູດລາວ ຢູ່ຍີ່ປຸ່ນ ແມ່ນໜຶ່ງໃນບັນດາເຫດການທີ່ມີຄວາມເບີກບານມ່ວນຊື່ນທີ່ສຸດ, ມີຄວາມໝາຍທີ່ສຸດ ນັບແຕ່ເມື່ອທ່ານຮັບຕຳແໜ່ງ ຢູ່ຍີ່ປຸ່ນ. ທ່ານໄດ້ສະແດງຄວາມປາຖະໜາວ່າ ນໍ້າໃຈສາມັກຄີແບບພິເສດນີ້ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ສືບທອດໃຫ້ບັນດາລຸ້ນຕໍ່ໄປຂອງສອງປະເທດ.

        ລາຍການພົບປະແລກປ່ຽນໄດ້ດຳເນີນດ້ວຍການເຄື່ອນໄຫວທີ່ຝົດຟື້ນຫຼາຍຢ່າງ ໃນນັ້ນມີບັນດາລາຍການແລກປ່ຽນວັດທະນະທຳສິນລະປະທີ່ເປັນມູນເຊື້ອຂອງສອງປະເທດ, ການແຂ່ງຂັນມິດຕະພາບກິລາປິ່ງປ່ອງ.

ຕອບກັບ

ຂ່າວ/ບົດ​ອື່ນ