ແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມລະຫວ່າງແຂວງ ກ໋ວາງຈິ ແລະ ແຂວງ ສະຫວັນນະເຂດ

(VOVWORLD) - ຕອນຄ່ຳວັນທີ 22 ສິງຫາ, ທີ່ເທດສະບານເມືອງ ເກື໋ອຫວຽດ, ເມືອງ ຢໍລິງ (ແຂວງ ກ໋ວາງຈິ) ໄດ້ດຳເນີນກອງປະຊຸມພົບປະເຈລະຈາແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມ; ລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຄະນະຊາວໜຸ່ມ 2 ແຂວງ ກ໋ວາງຈິ ແລະ ສະຫວັນນະເຂດ. 

ທີ່ການພົບປະເຈລະຈາ, ທ່ານ ຫງວຽນແຄ໊ງຫວູ ເລຂາຄະນະຊາວໜຸ່ມແຂວງ ກ໋ວາງຈິ ແລະ ທ່ານ ພູລຳພອນ ສີຫາວົງ ເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ແຂວງ ສະຫວັນນະເຂດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຄະນະຊາວໜຸ່ມ 2 ແຂວງ. ຕາມນັ້ນແລ້ວ, ໃນໄລຍະຈະມາເຖິງ ຄະນະຊາວໜຸ່ມຂອງ 2 ແຂວງ ກ໋ວາງຈິ ແລະ ສະຫວັນນະເຂດ ສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວພົບປະ, ແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມ, ເຍົາວະຊົນ; ສືບຕໍ່ຍູ້ແຮງວຽກງານໂຄສະນາ, ສຶກສາໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມມີຄວາມຮັບຮູ້ກ່ຽວກັບການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ກໍ່ຄືການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ແຂວງ ກ໋ວາງຈິ ແລະ ສະຫວັນນະເຂດ ຢ່າງເລິກເຊິ່ງກ່ວາອີກ…

ແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມລະຫວ່າງແຂວງ ກ໋ວາງຈິ ແລະ ແຂວງ ສະຫວັນນະເຂດ - ảnh 1 ທ່ານ ຫງວຽນແຄ໊ງຫວູ ເລຂາຄະນະຊາວໜຸ່ມແຂວງ ກ໋ວາງຈິ ແລະ ທ່ານ ພູລຳພອນ ສີຫາວົງ ເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ແຂວງ ສະຫວັນນະເຂດ (ພາບ: TTXVN)

        ກ່າວຄຳເຫັນທີ່ພິທີລົງນາມ, ທ່ານຮອງເລຂາປະຈຳຄະນະພັກແຂວງ ກ໋ວາງຈິ ຫງວຽນດັງກວາງ ສະເໜີໃຫ້ ຄະນະຊາວໜຸ່ມ 2 ແຂວງ ກ໋ວາງຈິ  - ສະຫວັນນະເຂດ ເພີ່ມທະວີການສົມທົບກັນເຄື່ອນໄຫວໃນການສຶກສາໃຫ້ລຸ້ນໜຸ່ມ ສືບຕໍ່ກໍ່ສ້າງ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ລາວ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ