ແລກປ່ຽນບົດຮຽນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສປຊ

ແລກປ່ຽນບົດຮຽນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສປຊ - ảnh 1
ການ​ແລກ​ປ່ຽນ​ບົດ​ຮຽນ​ຜັນ​ຂ​ະ​ຫຍາຍກອງ​ທະ​ຫານ​ຊ່າງ​ແສງເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ 
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 7/12, ຢູ່​ຮ່າ​ໂນ້ຍ, ສູນ​ຮັກ​ສາ​ສັນ​ຕິ​ພາ​ບ ຫວຽດ​ນາມ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ​້​ສົມ​ທົບ​ກັບ​ຫ້ອງ​ການ​ທູ​ດ​ທະ​ຫານ, ສະ​ຖານ​ທູດ ຝ​ຣັ່ງ ປະ​ຈຳ ຮ່າ​ໂນ້ຍ, ຈັດ​ຕັ້ງ​ການ​ແລກ​ປ່ຽນ​ບົດ​ຮຽນ​ຜັນ​ຂ​ະ​ຫຍາຍກອງ​ທະ​ຫານ​ຊ່າງ​ແສງເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ລະ​ຫວ່າງ ຫວຽດ​ນາມ ແລະ ຝ​ຣັ່ງ. ທີ່ກອງ​ປະ​ຊຸມ, ທ່ານ​ພັນ​ເອກ ຮ່​ວາງ​ກິມ​ຟູ້ງ, ຜູ້​ອຳ​ນວຍ​ການ​ສູນ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຝ​ຣັ່ງ ຈະ​ຖ່າຍ​ທອດ​ບັນ​ດາ​ບົດ​ຮຽນ​ລ້ຳ​ຄ່າ​ກ່ຽວ​ກັບ​ຂອດ​ຈັດ​ຕັ້ງ, ສົມ​ທົບວຽກ​ງານ ສ​ປ​ຊ, ຂອດ​ສົມ​ທົບ​ລະ​ຫວ່າງ​ບັນ​ດາ​ກຳ​ລັງ​ອື່ນ​ໆ​ໃນ​ສະ​ພາບ​ແວດ​ລ້ອມຫຼາຍ​ປະ​ເທດ​ຢູ່​ຄະ​ນະ​ປະ​ຕິ​ບັດ​ງານ​ລະ​ອຽດ, ກໍ່​ຄື​ທັກ​ສະ​ເພື່ອ​ແກ້​ໄຂ​ບາງ​ບັນ​ຫາ​ຢູ່​ປະ​ເທດ​ໃດ​ໜຶ່ງ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ສົ່ງ​ກຳ​ລັງ​ກາງ​ສະ​ໜາມ ແລະ ທະ​ຫານຊ່າງ​ແສງຂອງ​ພວກ​ເຮົາ​ເຂົ້າ​ຮ່ວມ.”

        ທີ່ກອງ​ປະ​ຊຸມ, ທ່ານ Re mi Lambert, ທີ່​ປຶກ​ສາ​​ການ​ເມືອງ​ຜູ້ທີ​ໜຶ່ງ, ສະ​ຖານ​ທູດ ຝ​ຣັ່ງ ປະ​ຈຳ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ວ່າ:

        “ຝ​ຮັ່ງ ພ້ອມ​ແລ້ວ​ທີ່​ໜູນ​ຊ່ວຍ ຫວຽດ​ນາມ ເພື່ອ​ໃຫ້ ຫວຽດ​ນາມ ອາດ​ສາ​ມາດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ ສັນ​ຕິ​ພາບ​ໃນຫຼາຍ​ຂົງ​ເຂດ​ຄື ບຳ​ລຸງ​ສ້າງ​ພາ​ສາ ຝ​ຣັ່ງ ໃຫ້​ຖັນ​ແຖວ​ພະ​ນັກ​ງານ, ນາຍ​ທະ​ຫານ, ເຊື້ອ​ເຊີນ​ບັນ​ດາ​ນັກ​ຊ່ຽວ​ຊານຂອງ ຝ​ຣັ່ງ ມາ ຫວຽດ​ນາມ, ຫຼື ຈັດ​ຕັ້ງ​ບັນ​ດາ​ຊຸດ​ຝຶກ​ອົບ​ຮົມ​ໃຫ້​ບັນ​ດາ​ນາຍ​ທະ​ຫານ ຫວຽດ​ນາມ ຢູ່ ຝ​ຣັ່ງ.”


ຂ່າວ/ບົດ​ອື່ນ