ໂກລົມເບຍ ພິສູດເອກະລັກຜູ້ຖືກສົງໄສໃນເຫດວາງລະເບີດໃສ່ລົດ ເຮັດໃຫ້ພົນລະເມືອງ ກວ່າ 70 ຄົນຖືກຮັບບາດເຈັບ ແລະ ເສຍຊີວິດ

(VOVWORLD) -ຢ່າງໜ້ອຍມີພົນລະເມືອງ 10 ຄົນເສຍຊີວິດ ແລະ 65 ຄົນຖືກຮັບບາດເຈັບ
ໂກລົມເບຍ ພິສູດເອກະລັກຜູ້ຖືກສົງໄສໃນເຫດວາງລະເບີດໃສ່ລົດ ເຮັດໃຫ້ພົນລະເມືອງ ກວ່າ 70 ຄົນຖືກຮັບບາດເຈັບ ແລະ ເສຍຊີວິດ - ảnh 1 ກໍາລັງເຈົ້າໜ້າທີ່ພວມປະຕິບັດໜ້າທີ່ຢູ່ສະຖານທີ່ເກີດເຫດ (ພາບ: THX/TTXVN) 

ໃນວັນທີ 17 ມັງກອນ, ເຈົ້າໜ້າທີ່ ໂກລົມເບຍ ໃຫ້ຮູ້ວ່າ ພິສູດໄດ້ເປົ້າໝາຍຖືກສົງໄສເຂົ້າຮ່ວມເຫດການວາງລະເບີດໃສ່ລົດ ເລັ່ງໃສ່ວິທະຍາຄານຕໍາຫຼວດ ຢູ່ນະຄອນຫຼວງ Bogota ໃນຕອນເຊົ້າຂອງວັນດຽວກັນ, ໄດ້ເຮັດໃຫ້ຢ່າງໜ້ອຍມີພົນລະເມືອງ 10 ຄົນເສຍຊີວິດ ແລະ 65 ຄົນຖືກຮັບບາດເຈັບ. ຕາມຂໍ້ມູນຂ່າວຈາກອົງການສືບສວນແລ້ວ, ເປົ້າໝາຍທີ່ຂັບລົດບັນຈຸລູກລະເບີດ ມີຊື່ວ່າ Jose Aldemar Rojas Rodriguez  ຖືກກ່າວຫາວ່າ ແມ່ນຜູ້ປະຕິບັດການກະທໍາທີ່ໂຫດຮ້າຍສາມານ. ຜົນຂອງການກວດກາສະຖານທີ່ເກີດເຫດໃນເບື້ອງຕົ້ນໃຫ້ຮູ້ວ່າ ລົດຄັນດັ່ງກ່າວ ໄດ້ບັນຈຸທາດລະເບີດໜັກປະມານ 80 kg ໃນຂະນະທີ່ປະຕິບັດການບຸກໂຈມຕີ. ເຖິງຢ່າງໃດກໍຕາມ, ອົງການຮັບຜິດຊອບ ຍັງບໍ່ທັນຢັ້ງຢືນໄດ້ວ່າ ອົງການໃດຢືນຢູ່ເບື້ອງຫຼັງເຫດການກໍ່ການຮ້າຍນີ້.


ຕອບກັບ

ຂ່າວ/ບົດ​ອື່ນ