ໂຄງການຈຸດໝາຍແຫ່ງຊາດຫລຸດຜ່ອນຄວາມທຸກແບບຍືນຍົງໄລຍະ2016-2020

ໂຄງການຈຸດໝາຍແຫ່ງຊາດຫລຸດຜ່ອນຄວາມທຸກແບບຍືນຍົງໄລຍະ2016-2020 - ảnh 1


(vovworld)-  ວັນ​ທີ 27/11 ຢູ່ ນະ​ຄອນ ຫາຍ​ຟ່ອງ, ຫ້ອງກ​ານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ​ ແລະ ສັງ​ຄົມ ໄດ້​ສົມ​ທົບ​ກັບ​ພະ​ແນກ​ແຮງ​ງານ​ທະ​ຫານ​ເສຍ​ອົງ​ຄະ​ ແລະ ສັງ​ຄົມ ນະ​ຄອນ ຫາຍ​ຟ່ອງ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານ​ໂຄ​ສະ​ນາ ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ໄລ​ຍະ 2016-2020”. ຕາມນັ້ນ​ແລ້ວ, ໄລ​ຍະ 2016-2020, ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ ປະ​ຕິ​ບັດ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ, ຈຳ​ກັດ​ສະ​ພາບ​ເກີດ​ຄວາມ​ທຸກ​ຍາກ​ຄືນ​ໃຫມ່, ປະ​ກອບ​ສ່ວນ​ເຮັດ​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​, ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຜູ້​ທຸກ​ຍາກ. ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແມ່ນ​ປະ​ຕິ​ບັດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ໃນ​ນັ້ນ ບຸ​ລິ​ມະ​ສິດ​ບັນ​ດາ​ເມືອງ​ທຸກ​ຍາກ, ຕາ​ແສງ​ທຸກ​ຍາກ, ໝູ່​ບ້ານ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ງົບ​ປະ​ມານ​ເພື່ອ​ປະ​ຕິ​ບັດ​ໂຄງ​ການ​ດັ່ງ​ກ່າວ​ແມ່ນກວ່າ 46.160 ຕື້​ດົງ, ໃນ​ນັ້ນ​ງົບ​ປະ​ມານ​ສູນ​ກາງ 41.450 ຕື້​ດົງ, ສ່ວນ​ຍັງ​ເຫ​ລືອ​ແມ່ນ​ເອົາ​ຈາກ​ງົບ​ປະ​ມານ​ຂອງ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ