ໂຄງການດຳເນີນງານພາສີໃຫມ່ໃຫ້ແກ່ປະຊາຄົມອາຊຽນ

ໂຄງການດຳເນີນງານພາສີໃຫມ່ໃຫ້ແກ່ປະຊາຄົມອາຊຽນ - ảnh 1
ກອງ​ປະຊຸມ​ຫົວຫນ້າ​ກົມ​ໃຫຍ່​ພາສີ ອາ​ຊຽນ ຄັ້ງ​ທີ 23
photo:internet


(vovworld)- ພາ​ຍຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 4 ວັນ, ຕອນ​ບ່າຍ​ວັນ​ທີ 5/6, ກອງ​ປະຊຸມ​ຫົວຫນ້າ​ກົມ​ໃຫຍ່​ພາສີ ອາ​ຊຽນ ຄັ້ງ​ທີ 23 ຈັດ​ຂຶ້ນ​ຢູ່ ​ແຂວງ ​ເລີມ​ດົງ ​ໄດ້​ອັດ​ລົງ. ກອງ​ປະຊຸມ ​ໄດ້​ທົບ​ທວນຄືນ​ບັນດາ​ໝາກຜົນ ​ແລະ ​ເນື້ອ​ໃນ​ທີ່​ໄດ້​ຮັບຮ​ອງ​ເອົາ​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ​ແລະ ກອງ​ປະຊຸມ​ສຸ​ດຍອດ, ປຶ​ກສາ​ຫາລື ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ບັນດາ​ຄະນະ​ກຳມະການ ​ແລະ ຫນ່ວຍ​​ເຮັດ​ວຽກ​ທີ່​ກ່ຽວຂ້ອງ​ຄື: ຄະນະ​ກຳມະການ​ຊີ້​ນຳພາ​ສີ​ປະຕູ​ດຽວ, ກວດກາ​ຄືນ​ບັນດາ​ແຜນການ​ຍຸດ​ທະ​ສາດ​ພັດທະນາ ພາສີ ອາຊຽນ ​ໄລຍະ 2011-2015, ສ້າງ​ໂຄງການ​ດຳ​ເນີນ​ງານ​ໃຫມ່​ໃຫ້​ແກ່​ໄລຍະ 2016-2020.

        ຕາມ​ທ່ານ ຫງວຽນ​ງອກ​ຕຸກ, ຫົວຫນ້າ​ກົມ​ໃຫຍ່​ພາສີ ຫວຽດນາມ​ແລ້ວ, ​​ໃນ​ໄລຍະ 2010-2014, ພາສີ ອາ​ຊຽນ ບັນລຸ​ໄດ້​ບັນດາ​ບາດກ້າວ​ສຳຄັນ ດ້ວຍ​ບັນດາ​ໝາກຜົນ​ລະອຽດ ​ໃນ​ການ​ປະຕິບັດ​ແຜນການ​ຍຸດ​ທະ​ສາດ​ພັດທະນາ​ພາສີ ອາ​ຊຽນ, ບັນດາ​ຄາດ​ໝາຍ​ທີ່​ວາງ​ອອກ​ສ່ວນ​ຫລາຍ​ໄດ້​ຮັບ​ການ​ປະຕິບັດ ​ແລະ ກວ່າ 90% ຫນ້າ​ວຽກ​ຂຶ້ນ​ກັບ​ຂົງ​ເຂດ​ພາສີ ​​ແມ່ນ​ສຳ​ເລັດ​ແລ້ວ. ພ້ອມ​ກັບ​ວິວັດ​ການ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ຂອງ​ພາກ​ພື້ນ, ພາສີ ອາ​ຊຽນ ​ໄດ້​ສະ​ແດງ​​ໃຫ້​ເຫັນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຢ່າງ​ສະ​ເຫ​ມີ​ຕົ້ນ​ສະ​ເຫມີ​ປາຍ ​ແລະ ບໍ່​ຢຸດ​ຢັ້ງ​ໃນ​ກິດຈະການ​ຫັນ​ເປັນ​ທັນ​ສະ​ໄຫມ, ປະກອບສ່ວນ​ຍົກ​ສູງ​ລັກສະນະ​ແກ້ງ​ແຍ້​ງຂອງ​ທົ່ວ​ກຸ່ມ​ອາ​ຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ