ໂຄງການນິວເຄຼຍຂອງສປປ.ເກົາຫຼີຈະກີດຂວາງຄວາມມານະພະຍາຍາມປັບປຸງການພົວພັນລະຫວ່າງ2ພາກເກົາຫຼີ

ໂຄງການນິວເຄຼຍຂອງສປປ.ເກົາຫຼີຈະກີດຂວາງຄວາມມານະພະຍາຍາມປັບປຸງການພົວພັນລະຫວ່າງ2ພາກເກົາຫຼີ - ảnh 1
ເຫດການທົດລອງລູກສອນໄຟຂອງ ສປປ. ເກົາຫຼີ
(ພາບ: AFP)

(vovworld) – ວັນ​ທີ 7/7, ສ. ​ເກົາຫຼີ ​ໄດ້​ກະຕຸກ​ຊຸກຍູ້ ສປປ ​ເກົາຫຼີ ຢຸດຕິ​ການ​ຍົກ​ອອກ​ບັນດາ​ຖະ​ແຫຼ​ງການ ​ໂດຍ​ໃຫ້​ຖື​ວ່າ: ​ໂຄງການ​ອາວຸດ​ນິວ​ເຄຼຍຂອງ ພຽງ​ຢາງ ຈະ “ຮັບປະກັນ​ສັນຕິພາບ ​ແລະ ຄວາມວັດທະນາ​ຖາວອນ ​ໃຫ້​ແຫຼ​ມ ​ເກົາຫຼີ”. ກ່າວ​ຄຳ​​ເຫັນ​​ໃນ​ການ​ປະຊຸມ​ຂ່າວ​, ​ໂຄສົກ​ກະຊວງ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ສ. ​ເກົາຫຼີ Kim Eui – do ຕີ​ລາຄາວ່າ​: ​ຖະ​ແຫຼ​ງການຮັບປະກັນ​ສັນຕິພາບ​ດ້ວຍ​ອາວຸດ ນິວ​ເຄຼຍ ຄື​ແນວ​ນັ້ນ​ແມ່ນ​ບໍ່ມີ​ລັກສະນະ​ເກ້​ຍ​ກ​ອມ, ພ້ອມ​ທັງ​ຊີ້​ໃຫ້​ເຫັນ​ວ່າ: ​ໂຄງການ​ນິວ​ເຄຼຍຂອງ ພຽງ​ຢາງ ຈະກີດຂວາງ​ຄວາມ​ມານະ​ພະຍາຍາມ ປັບປຸງ​ສາຍ​ພົວພັນລະຫວ່າງ 2 ພາກ ​ເກົາຫຼີ. ຕາມ​ທ່ານ Kim Eui – do, ສປປ ​ເກົາຫຼີ ບໍ່​ຄວນ​ຍົກ​ອອກ​ຖະ​ແຫຼ​ງການ​ໄຮ້​ເຫດຜົນ​ຄື​ແນວ​ນັ້ນ, ​ຫາກຄວນ​ກັບ​ຄືນ​ສູ່​ການເຈລະຈາ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສປປ ​ເກົາຫຼີ ຍົກ​ອອກ​ຂໍ້​ສະ​ເໜີ 4 ຂໍ້​ເຊິ່ງສະ​ແດງ​ຢ່າງ​ຈະ​ແຈ້ງ​ບັນດາ​ຫຼັກການ ​ແລະ ທັດສະນະ​ຂອງ ພຽງ​ຢາງ ​ໃນ​ການ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​​ແຫຼມ ​ເກົາຫຼີ ​ແລະ “​ສ້າງ​ເອກະລາດເອກະພາບ​ຄືນ​ໃໝ່”. ສປປ ​ເກົາຫຼີ ຮຽກຮ້ອງ​ໃຫ້ 2 ພາກ​ເກົາຫຼີ ພ້ອມ​ກັນ​ຢຸດຕິ​ບັນດາ​ການ​ກະທຳ​ທີ່​ເປັນ​ປໍ​ລະ​ປັກ ​ແລະ ປະ​ທະ​ກັນ​ເພື່ອ​ເປີດ​ຊ່ອງ​ທາງ​ໃຫ້​ວິວັດທະນາ​ການ​ປອງ​ດອງ ​ແລະ ​ເອກະ​ພາບ​ແຫ່ງ​ຊາດ.


ຂ່າວ/ບົດ​ອື່ນ