ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຕອບສຳພາດກ່ຽວກັບເລື່ອງ ຈີນ ລະເມີດອະທິປະໄຕຢູ່ໝູ່ເກາະ ຮ່ວາງຊາ

(VOVWORLD) - ວັນທີ 01 ສິງຫາ, ເມື່ອຕອບສຳພາກຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ຈີນ ກໍ່ສ້າງ ແລະ ເປີດນຳໃຊ້ໂຮງສາຍຮູບເງົາຢູ່ເກາະ ຟູ໋ເລີມ ຂຶ້ນກັບໝູ່ເກາະ ຮ່ວາງຊາ ຂອງ ຫວຽດນາມ
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຕອບສຳພາດກ່ຽວກັບເລື່ອງ ຈີນ ລະເມີດອະທິປະໄຕຢູ່ໝູ່ເກາະ ຮ່ວາງຊາ - ảnh 1 ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ 

ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ: ຫວຽດນາມ ມີພື້ນຖານນິຕິກຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ການເຄື່ອນໄຫວດັ່ງກ່າວຂອງຝ່າຍ ຈີນ ໄດ້ລະເມີດອະທິປະໄຕ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ, ລະເມີດກົດໝາຍສາກົນ ແລະ ບໍ່ສາມາດປ່ຽນແປງອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະນີ້ໄດ້. ຫວຽດນາມ ຄັດຄ້ານ ແລະ ຮຽກຮ້ອງ ຈີນ ບໍ່ປະໃຫ້ເກີດບັນດາການກະທຳຄືດັ່ງກ່າວ.

        ກ່ຽວຂ້ອງເຖິງເລື່ອງ ສປປ. ເກົາຫຼີ ດຳເນີນເຫດທົດລອງລູກສອນໄຟນຳວິຖີຂ້າມທະວີບໃນວັນທີ 28 ກໍລະກົດ 2017. ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: ຫວຽດນາມ ມີຄວາມວິຕົກກັງວົນທີ່ສຸດຕໍ່ເລື່ອງ ສປປ.ເກົາຫຼີ ສືບຕໍ່ດຳເນີນເຫດທົດລອງລູກສອນໄຟນຳວິຖີຂ້າມທະວີບວັນທີ 28 ກໍລະກົດ 2017, ລະເມີດ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງຮ້າຍແຮງ, ເຮັດໃຫ້ຄວາມເຄັ່ງຕຶງຢູ່ພາກພື້ນເພີ່ມຂຶ້ນ. ຫວຽດນາມ ສະໜັບສະໜຸນທຸກຄວາມມານະພະຍາຍາມຊຸກຍູ້ການເຈລະຈາ ແລະ ຮັກສາສັນຕິພາບ, ສະຖຽນລະພາບໃນແຫຼມ ເກົາຫຼີຢ່າງສະເໝີຕົ້ນສະເໝີປາຍ; ຮຽກຮ້ອງບັນດາຝ່າຍເຄົາລົບບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງເຂັ້ມງວດ ແລະ ມີບັນດາການກະທຳທີ່ມີລັກສະນະກໍ່ສ້າງ, ແທດຈິງ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມສະຫງົບປອດໄພ ແລະ ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ

ຕອບກັບ

ຂ່າວ/ບົດ​ອື່ນ