ໂຄສະນາການທ່ອງທ່ຽວຫວຽດນາມ ຢູ່ລັດເຊຍ

ໂຄສະນາການທ່ອງທ່ຽວຫວຽດນາມ ຢູ່ລັດເຊຍ - ảnh 1
ງານ​ຕະຫຼາດນັດ​ການທ່ອງທ່ຽວ
ພັກ​ຜ່ອນ​ຢ່ອນອາ​ລົມສາກົນ Otdykh 2014
(ພາບ: fedpress.ru)


(vovworld) – ຫວຽດນາມ ພວມ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ການທ່ອງທ່ຽວພັກ​ຜ່ອນ​ຢ່ອນອາ​ລົມສາກົນທີ່​ມີ​ຊື່ວ່າ Otdykh 2014, ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ມົດສກູ, ສະຫະພັນ​ລັດ​ເຊຍ, ​ແຕ່​ວັນ​ທີ 16 – 19/09. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ນະຄອນ​ໂຮ່ຈິ​ມິນ ​ຮັບຜິດຊອບ​ເຊື່ອມ​ຕໍ່​ບັນດາ​ແຂວງ​ທີ່ພວມ​ຕ້ອນຮັບ​ແຂກ​ທ່​ອງທ່ຽວ​ລັດ​ເຊຍ ຫຼາຍ​ຄົນ ຫຼື ມີ​ຄວາມ​ສາມາດ​ຕ້ອນຮັບ​ແຂກ​ລັດ​ເຊຍ ຄື: ດ່າ​ນັ້ງ, ຟຸອຽນ, ​ເລີມ​ດົງ, ​​ແຄ໋ງຮ່ວາ, ບິ່ງ​ທ້ວນ, ນິງທ້ວນ, ບາ​ເຮີຍ - ວຸ້ງ​ເຕົ່າ, ພ້ອມ​ກັບ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ, ​ໂຮງ​ແຮມ ​ແລະ ບໍລິສັດ​ການບິນ​ສາກົນ​ຫວຽດນາມ (Vietnam Airlines) 30 ​ແຫ່ງເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດເພື່ອ​ໂຄ​ສະນາ​ການ​ບໍລິການ, ຊອກ​ຫາ​ຄູ່ຮ່ວມ​ມື.

        ​ໃນ​ຂອບ​ເຂດ​ງານ​ຕະຫຼາດນັດ Otdykh, ຕອນ​ບ່າຍ​ວັນ​ທີ 16/09, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຊື່ວ່າ “ຮ່ວມ​ມື​ຫວຽດນາມ - ລັດ​ເຊຍ ພັດທະນາ​ຂະ​ແໜງ​ທ່ອງ​ທ່ຽວ”, ​ເພື່ອ​ແນ​ໃສ່​​ແນະນຳກັບ​​ແຂກ​ທ່​ອງທ່ຽວ​ລັດ​ເຊຍ ​ແລະ ​ເພື່ອນ​ມິດສາ​ກົນ​ຄວາມ​ສາມ​ດດ້ານ​ການທ່ອງ​ທ່ຽວ ​ແລະ ບັນດາ​ການ​ບໍລິການ​ພັກຜ່ອນ​ຢ່ອນອາລົມ​ທີ່​ເໝາະ​ສົມ, ດຶງ​ດູດ​ຂອງ​ຫວຽດນາມ.

        ຕາມ​ຕົວ​ເລກ​ຈາກ​ກົມ​ໃຫຍ່​ສະ​ຖິຕິ, ​ໃນ 7 ​ເດືອນ​ຜ່ານ​ມາ, ຈຳນວນ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ ​ມາ​ຫວຽດນາມ​​ແມ່ນ​ກວ່າ 200.000 ​ເທື່ອ​ຄົນ, ​ເພີ່​ມຂຶ້ນ 27% ​​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013.

ຂ່າວ/ບົດ​ອື່ນ