ໂຄສະນາການເຊື່ອມໂຍງກັບເສດຖະກິດສາກົນຕ້ອງມຸ້ງໄປສູ່ທ້ອງຖີ່ນແລະວິສາຫະກິດ

ໂຄສະນາການເຊື່ອມໂຍງກັບເສດຖະກິດສາກົນຕ້ອງມຸ້ງໄປສູ່ທ້ອງຖີ່ນແລະວິສາຫະກິດ - ảnh 1
(ທ່ານ ຫງວຽນ​ເກິມ​ຕູ໋, ລັດຖະມົນຕີ​ຊ່ວຍ​ວ່າການ​
ກະຊວງ​ອຸດສາຫະກຳ​ການ​ຄ້າ)

(vovworld) - ຕອນ​ເຊົ້າ​ວັນ​ທີ 23/7, ຢູ່​ນະຄອນ​ດ່າ​ນັ້ງ, ຄະນະ​ຊີ້​ນຳ​ລະຫວ່າງ​ຂະ​ແໜງ​ເຊື່​ອມ​ໂຍງ​ດ້ານ​ເສດຖະກິດກັບ​ສາກົນ, ກະຊວງ​ອຸດສາຫະກຳ ການ​ຄ້າ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດ່າ​ນັ້ງ ຈັດ​ຕັ້ງ “ການ​​​ໂອ້​ລົມ​ສົນທະນາ​ຮັບ​ເອົາ​ຄວາມ​ເຫັນ​ກ່ຽວ​ກັບ​ແຜນ​ຮ່າງ​ເພີ່ມ​ທະວີ​ວຽກ​ງານ​ສື່ສານ ​ໂຄສະນາ​ກ່ຽວ​ກັບການ​ເຊື່ອມ​ໂຍງ​ກັບ​​ເສດຖະກິດສາກົນ ​ແລະ ​ເຜີຍ​ແຜ່​ບາງ FTA ທີ່​ຫາ​ກໍ່​ລົງ​ນາມ“. ປະຈຸ​ບັນ, ຫວຽດນາມ​ພວມ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ກັບ​ແຕ່ລະ​ປະ​ເທດ​ທີ່​ມີ​ພືນ​ຖານ​ເສດຖະກິດ​ພັດທະນາ ​ແລະ ພາກ​ພື້ນອີ​ຢູ​ເທື່ອ​ລະ​ກ້າວ. ການ​ເຈລະຈາ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ FTA ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ເພີ່ມ​ທະວີ​ວຽກ​ງານ​ສື່ສານ​ໂຄສະນາ​ກວ່າ​ອີກ. ຜ່ານ​ນັ້ນ​ຊ່ວຍ​ໃຫ້​ບັນດາ​ທ້ອງ​ຖີ່​ນ, ວິ​ສາ​ຫະກິດ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະກຳ​ໄດ້​ແຜນ​ນະ​ໂຍບາຍ​ເຊື່ອມ​ໂຍງ ​ແລະ ບັນດາ​ບັນຫາ​ກ່ຽວຂ້ອງ​ຢ່າງ​ທັນ​ການ. ທ່ານ ຫງວຽນ​ເກິມ​ຕູ໋, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ, ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ເລືອກ​ເຟັ້ນຮັບ​ເອົາ​ຄວາມ​ເຫັນ​ຈັດ​ຕັ້ງ​ຢູ່​ແຕ່ລະ​ເຂດ​ທີ່​ມີ​ລັກສະນະ​ພິ​ເສດສະ​ເພະ​ຢູ່​ແຕ່​ລະນະ​ຄອນ​ຈຸດ​ສຸມ, ​ເປັນ​ກຳລັງ​ໜູນ​ພັດທະນາ​ເສດຖະກິດ​ຢູ່​ແຕ່ລະ​ເຂດ​ເພື່ອ​ຮັບ​ເອົາ​ຄວາມ​ເຫັນ. ພວກ​ຂ້າພະ​ເຈົ້າ​ຢາກ​ຮັບ​ເອົາ​ຄວາມ​ເຫັນ​ກ່ຽວ​ກັບ​ຫຼັກການ​ພິ​ເສດ, ທັດສະນະ​ພື້ນຖານ​ເພື່ອ​ກໍ່ສ້າງ​ແຜນ​ຮ່າງ​ນີ້, ກໍ່​ຄື​ບັນດາ​ມາດ​ຕະການ​ປະຕິບັດ, ບຸລິ​ມາ​ສິດ​ທີ່​ວາງ​ອອກ​ໃນ​ແຜນ​ຮ່າງ​ນີ້​ເພື່ອ​ໂຄສະນາ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ໃນ​ໄລຍະ​ຈະ​ມາ​ເຖິງ“.

ຂ່າວ/ບົດ​ອື່ນ