ໂຄສະນາກ່ຽວກັບທະເລໝູ່ເກາະ ຕິດພັນກັບການພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດ ແລະ ຄວາມສະຫງົບ

(VOVWORLD) - ພິເສດແມ່ນຈັດຕັ້ງບັນດາງານວາງສະແດງວັດຖຸພັນແຜນທີ່ ແລະ ວາງສະແດງເອກະສານດ້ວຍຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາພະຍານຫຼັກຖານດ້ານປະຫວັດສາດ - ນິຕິທຳ” ຢູ່ບັນດາແຂວງ, ນະຄອນ ໃນທົ່ວປະເທດ
ໂຄສະນາກ່ຽວກັບທະເລໝູ່ເກາະ ຕິດພັນກັບການພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດ ແລະ ຄວາມສະຫງົບ - ảnh 1ທ່ານ ເຈືອງມີງຕ໋ວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ກ່າວຄຳຫັນທີ່ພິທີ 

ຕອນບ່າຍວັນທີ 15 ທັນວາ, ຢູ່ນະຄອນ ເຫ້ວ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຈັດຕັ້ງກອງປະຊຸມສະຫລຸບວຽກງານໂຄສະນາທະເລ, ໝູ່ເກາະໄລຍະ 2013 – 2017. ໃນໄລຍະ 5 ປີທີ່ຜ່ານມາ, ກະຊວງຖະແຫຼງຂ່າວ ແລະ ສື່ສານສົມທົບກັບຄະນະ, ກະຊວງ, ຂະແໜງການ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ, ບັນດາກົມກອງກຳລັງປະກອບອາວຸດຜັນຂະຫຍາຍວຽກງານ, ໂຄສະນາເຜີຍແຜ່ ປົກປັກຮັກສາອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກ ດ້ວຍບັນດາເນື້ອໃນແທດຈິງ, ຫຼາຍຮູບຫຼາຍແບບ. ພິເສດແມ່ນຈັດຕັ້ງບັນດາງານວາງສະແດງວັດຖຸພັນແຜນທີ່ ແລະ ວາງສະແດງເອກະສານດ້ວຍຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ - ບັນດາພະຍານຫຼັກຖານດ້ານປະຫວັດສາດ - ນິຕິທຳ” ຢູ່ບັນດາແຂວງ, ນະຄອນ ໃນທົ່ວປະເທດ; ງານວາງສະແດງວັດຖຸພັນເອກະສານດ້ວຍຫົວຂໍ້ວ່າ “ປະເທດຊາດ ແລະ ຊາວ ຫວຽດນາມ - ສັງເກດຈາກທະເລ, ໝູ່ເກາະ” ຢູ່ຕ່າງປະເທດ… ດຶງດູດຄວາມສົນໃຈຂອງປະຊາຄົມສາກົນເປັນພິເສດ.

        ທ່ານ ເຈືອງມີງຕ໋ວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຢັ້ງຢືນວ່າ: ວຽກງານໂຄສະນາເຜີຍແຜ່ກ່ຽວກັບທະເລ, ໝູ່ເກາະໃນໄລຍະຈະມາເຖິງແມ່ນໜ້າທີ່ຍາວນານ, ເປັນປະຈຳ ແລະ ຕໍ່ເນື່ອງຂອງຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ຂອງທົ່ວລະບົບການເມືອງ ຈາກສູນກາງລົງຮອດທ້ອງຖິ່ນ:

        “ການປະຕິບັດວຽກງານໂຄສະນາເຜີຍແຜ່ ກ່ຽວກັບທະເລ, ໝູ່ເກາະຕ້ອງຕິດພັນກັບການປະຕິບັດໜ້າທີ່ການເມືອງຂອງແຕ່ລະຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນຂອງແຕ່ລະອົງການ, ຫົວໜ່ວຍ. ດັ່ງນັ້ນ, ຂ້າພະເຈົ້າສະເໜີໃຫ້ບັນດາຄະນະ, ກະຊວງ, ຂະແໜງການ, ບັນດາແຂວງ, ນະຄອນ, ບັນດາກຳລັງປະກອບອາວຸດ ຄວນເປັນເຈົ້າການກ່ວາອີກເພື່ອສົມທົບກັນຍູ້ແຮງການໂຄສະນາເຜີຍແຜ່ກ່ຽວກັບທະເລ, ໝູ່ເກາະຕິດພັນກັບການສຸມໃສ່ໂຄສະນາປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ສົມທົບກັນຢ່າງແໜ້ນແຟ້ນກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.”

ຕອບກັບ

ຂ່າວ/ບົດ​ອື່ນ