ໂຄສະນາວັນນະຄະດີຫວຽດນາມກັບເພື່ອນມິດສາກົນ

ໂຄສະນາວັນນະຄະດີຫວຽດນາມກັບເພື່ອນມິດສາກົນ - ảnh 1
ກອງ​ປະ​ຊຸມ​ສາ​ກົນ ໂຄ​ສະ​ນາ​ວັນ​ນະ​ຄະ​ດີຫວຽດ​ນາມ
ພາບ:vnexpress.net

(vovworld)-​​ຕອນ​ເຊົ້າ​ວັນ​ທີ 2/3 ຢູ່ ຮ່າ​ໂນ້ຍ, ສະ​ມາ​ຄົມ​ນັກ​ປະ​ພັນ​ຫວຽດ​ນາມ ໄດ້​ໄຂ​ກອງ​ປະ​ຊຸມ​ສາ​ກົນ ໂຄ​ສະ​ນາ​ວັນ​ນະ​ຄະ​ດີຫວຽດ​ນາມ ຄັ້ງ​ທີ 3. ເຂົ້າ​ຮ່ວມກອງ​ປະ​ຊຸ​ມ ມີ ນັກ​ກະ​ວີ, ນັກ​ປະ​ພັນ 151 ຄົນ​ມາ​ຈາກ 41 ປະ​ເທດໃນ​ໂລກ. ທ່ານ ຫວູງອກ​ຮ່​ວາງ, ຮອງ​ຫົວ​ຫນ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ຢືນ​ຢັນ​ວ່າ:

        “ຜ່ານ​ວັນ​ນະ​ຄະ​ດີ ພວກ​ເຮົາ​ເຂົ້າ​ໃຈ​ໄດ້​​ພື້ນ​ຖານວັດ​ທະ​ນະ​ນຳຂອງ​ພວກ​ເພື່ອນ, ຮັກ​ສາ ແລະ ເຮັດ​ໃຫ້​ພື້ນ​ຖານ​ວັດ​ທະ​ນະ​ທຳ​ ແລະ ວັນ​ນະ​ຄະ​ດີຂອງ​ປະ​ເທດ​ຊາດ​​ຂອງ​ພວກ​ຂ້າ​ພະ​ເຈົ້າອຸ​ດົມ​ສົມ​ບູນກວ່າ. ພວກ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ພື້ນ​ຖານ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຊາດ ພຽງ​ແຕ່​ສົມ​ບູນ​ແບບ ໃນວິ​ວັດ​ທະ​ນາ​ການ​ສຳ​ພັດ​ກັບ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ອື່ນ​.”

        ກ​ອງ​ປະ​ຊຸມ​ສາ​ກົນ​ໂຄ​ສະ​ນາ​ວັນ​ນະ​ຄະ​ດີ ຫວຽດ​ນາມ ຄັ້ງ​ທີ 3 ແມ່ນ​ຫນຶ່ງ​ໃນ 3 ເຫດ​ການ​ໃຫຍ່​ດຳ​ເນີນ​ໄປ​ແຕ່​ວັນ​ທີ 1-7/3 ຢູ່ ຫວຽດ​ນາມ, ປະ​ກອບ​ສ່ນ​ແນະ​ນຳ​ຢ່າງກວ້າງ​ຂວາງ, ສັງ​ລວມ​ກ່ຽວ​ກັບໝາກ​ຜົນ, ຄຸນ​ຄ່າ, ສີ​ສັນ​ເອ​ກະ​ລັກ​ສະ​ເພາ​ະ​ຂອງວັນ​ນະ​ຄະ​ດີ ຫວຽດ​ນາມ ກັບ​ເພື່ອນ​ມິດ​ສາ​ກົນ, ຊ່ວຍ​ປະ​ຊາ​ຊົນ​ໂລກ ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ປະ​ພັນ​ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ, ຮ່ຳ​ຮຽນ​ເອົ​າ​ບົດ​ຮຽນ​ຮັບ​ໃຊ້​ພາ​ລະ​ກິດ​ສ້າງ​ສາ, ພັດ​ທະ​ນາ​ວັນ​ນະ​ຄະ​ດີ​ສິ​ລະ​ປະ​ຫວຽດ​ນາມ​ໃນ​ສະ​ພາບ​ການ​ໃຫມ່.

ຂ່າວ/ບົດ​ອື່ນ