ໂຄສະນາ,ສືກສາໃຫ້ປະຊາຊົນສະແດງນ້ຳໃຈຮັກຊາດຢ່າງຖືກຕ້ອງ

ໂຄສະນາ,ສືກສາໃຫ້ປະຊາຊົນສະແດງນ້ຳໃຈຮັກຊາດຢ່າງຖືກຕ້ອງ - ảnh 1
ກຳມະກອນບໍລິສັດ Esquel ຢູ່ ບິ່ງເຢືອງແຂວນປ້າຍຄຳຂວັນຄັດຄ້ານການມ້າງທຳລາຍຂອງບັນດາເປົ້າໝາຍບໍ່ດີ
(ພາບ: nld.com.vn)

(vovworld) – ວັນ​ທີ 15/5, ສະຫະພັນ​ແຮງ​ງານ​ບັນດາ​ແຂວງ, ນະຄອນ​ຄື​ ບ່າ​ເຣ້ຍ - ຫວູງ​ເຕົາ, ​ແຄ໋ງຮ່ວາ, ດ່າ​ໜັງ ​ໄດ້ຊີ້​ນຳ​​ໃຫ້​ກຳມະບານ​ຮາກ​ຖານ​ທຸກ​ຂັ້ນ ສຸມ​ໃສ່​ອະທິບາຍ, ​ໂຄສະນາ​ເຜີຍ​ແຜ່​ໃຫ້​ປະຊາຊົນ​ຜູ້​ອອກ​ແຮງ​ງານ​ກຳ​ແໜ້ນ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບໍ່​ຄວນ​ມີ​ການປະພຶດທີ່​ຂາດ​ວັດທະນະທຳ​ສຳລັບ​ບັນດາ​ເຈົ້າ​ຂອງ​ວິ​ສາ​ຫະກິດ, ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ທີ່​ເຄື່ອນ​ໄຫວ​ຢູ່​ຫວຽດນາມ. ທ່ານ ຫງວຽນ​ດຶກ​ແທງ, ຮອງ​ປະທານ​ສະຫະພັນ​ແຮງ​ງານນະຄອນ ດ່າ​ໜັງ, ​ໃຫ້​ຮູ້​ວ່າ:

    “ພວກ​ຂ້າພະ​ເຈົ້າ​ຊີ້​ນຳ​ໂດຍ​ກົງ​ເຖິງ​ກຳມະບານ​ທຸກ​ຂັ້ນ​ກຳ​ແໜ້ນ​ສະພາບ​ການ​ຂອງ​ກຳມະກອນ​ຜູ້​ອອກ​ແຮງ​ງານ, ບັນດາ​ການ​ຜັນ​ແປ​ໃນ​ວິ​ສາ​ຫະກິດຕ່າງໆ. ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ວິ​ສາ​ຫະກິດ​ມີ​ເງິ​ນລົງທຶນ​ຂອງ ຈີນ, ​ໃຕ້ຫວັນ, ​ເພື່ອ​ເຮັ​​ດ​ແນວ​ໃດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ອູ່​ນອຽນ​ໃຈ​ທຳ​ການ​ຜະລິດ. ພວກ​ຂ້າພະ​ເຈົ້າ​ກໍ່ໄດ້​ລະດົມ​ກຳມະກອນ​ຜູ້​ອອກ​ແຮງ​ງານ​ບໍ່​ຄວນມີ​ການ​ກະທຳ​ຜິດ​ກົດໝາຍ, ມ້າງ​ທຳລາຍ, ສົ່ງ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮ​ງ​ເຖິງ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ບໍລິ​ເວນ​​ແຂວງ.”

    ການ​ນຳ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ກໍ່​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະນາ, ​​ໂຄສະນາ​​ໃຫ້ປະຊາຊົນ, ຍົງ​ສູງ​ສະຕິ​ລະວັງ​ຕົວ ​ແລະ ​ເຜີຍ​ແບ​ກົນ​ອຸບາຍ​ຍຸ້​ແຍ່​ປຸກ​ປັນ, ທຳລາຍ​ຂອງ​ພວກ​ບໍ່​ດີ.

 



ຂ່າວ/ບົດ​ອື່ນ