ໂຄສະນາສະບຽງ ອາຫານ,ເຄື່ອງດື່ມ ຫວຽດນາມຢູ່ຝະລັງ


ໂຄສະນາສະບຽງ ອາຫານ,ເຄື່ອງດື່ມ ຫວຽດນາມຢູ່ຝະລັງ - ảnh 1
(
ພາບ: nhandan.com.vn/)

(vovworld) –​ແຕ່​​​​ວັນ​ທີ 19-23/10, ຢູ່​ປາຣີ ປະ​ເທດ​ຝະລັງ ​ໄດ້​ຈັດ​ງານ​ຕະຫຼາດ​ນັດ​ສາກົນ​ກ່ຽວ​ກັບ​ສະບຽງ​ອາຫານ ​ແລະ ​ເຄື່ອງ​ດື່ມ​ອາຣີ (SIAL Paris 2014). 16 ວິ​ສາ​ຫະກິດ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ສະບຽງ​ອາຫານ​ຂອງ ຫວຽດນາມ ​ໄດ້​​ເຂົ້າຮ່ວມ​ງານ​ຕະຫຼາດນັດ. ຮ້ານ​ວາງສະ​ແດງ​ຂອງ​ບັນດາ​ວິ​ສາ​ຫະກິ​ຫວຽດນາມ ຕັ້ງ​ຢູ່​​ໃຈກາງ​ເຂດ​ວາງສະ​ແດງ​ສາກົນ, ຊື່​ງ​ໄດ້​ວາງສະ​ແດງໝາກ​ໄມ້, ຜັກ​ຊະນິດ​ຕ່າງໆ​ຄື: ໝາກມ່ວງ, ໝາກ​ມັງກອນ, ໝາກ​ນັດ, ສາລີ, ໝາກພ້າວ….​ນີ້​ແມ່ນ​ຄັ້ງທີ 5 ຫວຽດນາມ ​ໄດ້​ເຂົ້າຮ່ວມງານນ​ຕະຫຼາດ​ນັດ​ສາກົນ, ຄາດ​ວ່າ, ​ໃນ​ໄລຍະ​ເວລາ 5 ວັນ, ງານ​ຕະຫຼາດ​ນັດ​ສາກົນ​ຈະ​ຕ້ອນຮັບ​ແຂກ 150.000 ​ເທື່ອ​ຄົນ​ແມ່ນ​ວົງ​ການ​ຜູ້​ຊ່ຽວຊານ​ກ່ຽວ​ກັບ​ການ​ຕີ​ລາຄາ​ຜະລິດ​ຕະພັນ ​ແລະ ສົ່ງ​ເສີມ​ຕະຫຼາດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ./.

ຂ່າວ/ບົດ​ອື່ນ