ໂຄສະນາ,ແນະນຳການທ່ອງທ່ຽວຫວຽດນາມຢູ່ສເກົາຫລີ

(VOVWORLD) -ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ເນື່ອງໃນໂອກາດສະເຫລີມສະຫລອງ 25 ປີແຫ່ງວັນສ້າງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ສເກົາຫລີ (22/12/1992-22/12/2017), ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ,

ໂຄສະນາ,ແນະນຳການທ່ອງທ່ຽວຫວຽດນາມຢູ່ສເກົາຫລີ - ảnh 1 ບໍລິເວນ ຖ້ຳຢູ່ ກວ໋າງບີງ

ພາບ:vietnam+

ສະຖານທູດ ຫວຽດນາມ ປະຈຳ ສເກົາຫລີ ໄດ້ສົມທົບກັບກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ສເກົາຫລີ, ກະຊວງການຕ່າງປະເທດ ສເກົາຫລີ ຈັດຕັ້ງງານບຸນ ການທ່ອງທ່ຽວ ວັດທະນະທຳ ຫວຽດນາມ ຢູ່ ສເກົາຫລີ. ວັນທີ 14 ທັນວາ ໃນຂອບເຂດງານບຸນ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ຈະຈັດຕັ້ງລາຍການແນະນຳຄວາມສາມາດບົ່ມຊ້ອນ, ນະໂຍບາຍການທ່ອງທ່ຽວຂອງຫວຽດນາມ, ແບ່ງປັນບົດຮຽນ, ໂຄສະນາບັນດາຜະລິດຕະພັນທ່ອງທ່ຽວໃຫມ່ຂອງຫວຽດນາມ. ລາຍການນີ້ຄາດວ່າຈະດຶງດູດການເຂົ້າຮ່ວມຂອງຜູ້ແທນ 100 ຄົນທີ່ຕາງຫນ້າໃຫ້ບັນດາວິສາຫະກິດ, ບໍລິສັດທ່ອງທ່ຽວ ສົ່ງແຂກມາທ່ອງທ່ຽວຢູ່ຫວຽດນາມ, ບັນດາອົງການສື່ມວນຊົນຂອງ ສເກົາຫລີ.

ຕອບກັບ

ຂ່າວ/ບົດ​ອື່ນ