ໂທລະພາບຫວຽດນາມມອບວັດຖຸອຸປະກອນເຕັກນິກໃຫ້ໂທລະພາບແຫ່ງຊາດລາວ

ໂທລະພາບຫວຽດນາມມອບວັດຖຸອຸປະກອນເຕັກນິກໃຫ້ໂທລະພາບແຫ່ງຊາດລາວ - ảnh 1
ໂທລະພາບຫວຽດນາມມອບວັດຖຸອຸປະກອນເຕັກນິກໃຫ້ໂທລະພາບແຫ່ງຊາດລາວ
(ພາບ: nhandan.com.vn)

(vovworld) – ​​ຕອນ​ບ່າຍ​ວັນ​ທີ 30/1, ທີ່​ສຳ​ນັກ​ງານ​ໂທ​ລະ​ພາບ​ແຫ່ງ​ຊາດ ລາວ, ຢູ່​ນະ​ຄອນຫຼວງ ວ​ຽງ​ຈັນ, ໂທ​ລະ​ພາບ​ ຫວຽດ​ນາມ ໄດ້​ມອບ​ໃຫ້​ໂທ​ລະ​ພາບ​ແຫ່ງ​ຊາດ ລາວ ວັດ​ຖຸ​ອຸ​ປະ​ກອນ​ເຕັກ​ນິກ​ທີ່ມ​ີ​ມູນ​ຄ່າ 100.000 USD ເພື່ອ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຜະ​ລິດ​ໃຫ້​ໂທ​ລະ​ພາບ​ແຫ່ງ​ຊາດ ລາວ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ຂອງ​ຂັວນ, ທ່ານ ເຈີ່ນ​ຢຸ້ງຈິ່ງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ໂທ​ລະ​ພາບ​ ຫວຽດ​ນາມ, ໃຫ້​ຮູ້​ວ່າ: ໃນ​ເດືອນ 7/2014, ໂທ​ລະ​ພາບ 2 ປະ​ເທດ​ໄດ້​ເຊັ​ນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ, ໃນ​ນັ້ນ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເລື່ອງ ໂທ​ລະ​ພາບ​ ຫວຽດ​ນາມ ຈະ​​ຊ່ວ​ຍເຫຼືອ​ໂທ​ລະ​ພາບ​ແຫ່ງ​ຊາດ ລາວ ກ່ຽວ​ກັບ​ດ້ານ​ເຕັກ​ນິກ ແລະ ບຳ​ລຸງ​ສ້າງ.

​​​​


ຂ່າວ/ບົດ​ອື່ນ