ໂທລະພາບແຫ່ງຊາດລາວອອກອາກາດລາຍການຂ່າວເປັນພາສາຫວຽດຢ່າງເປັນທາງການ

ໂທລະພາບແຫ່ງຊາດລາວອອກອາກາດລາຍການຂ່າວເປັນພາສາຫວຽດຢ່າງເປັນທາງການ - ảnh 1
(ໂທລະພາບແຫ່ງຊາດລາວອອກອາກາດ
ລາຍການຂ່າວ​ເປັນ​ພາສາ​ຫວຽດ​ຢ່າງ​ເປັນ​ທາງ​ການ)

(vovworld) – ​​ເລີ່​ມ​ແຕ່​ວັນ​ທີ 02/09, ໂທລະພາບ​ແຫ່​ງຊາດ​ລາວ ໄດ້​ອອກ​ອາກາດ​ລາຍການຂ່າວ​ເປັນພາສາ​ຫວຽດ ຢ່າງ​ເປັນ​ທາງ​ການ. ນີ​້ແມ່ນຂ່າວ​ທີ່​ສ່ອງ​ແສງ​ເຫດການ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ດ້ວຍ​ພາສາ​ຫວຽດ. ​ລາຍການຂ່າວ​ເປັນ​ພາສາ​ຫວຽດ ​ໂດຍພະ​ແນ​ກ​ຂ່າວ​ເປັນ​ພາ​ສາ​ຫວຽດ, ​​ໂທລະພາບ​ແຫ່ງ​ຊາດ​ລາວ ​ປະ​ຕິ​ບັດ, ​ເພື່ອ​ໂຄສະນາ​ແນວທາງ, ນະ​​ໂຍບາຍ​ຂອງ​ພັກ ​ແລະ ລັດ​ລາວ  ​ຊ່ວຍ​ຊາວ​ຫວຽດນາມ ພວມ​ດຳລົງ​ຊີ​ວິດ ​ແລະ ​ເຮັດ​ວຽກ​ຢູ່​ລາວ, ກໍ​ຄື​ຢູ່ພາກ​ພື້ນ ​ແລະ ​ໃນ​ໂລກ ​​ມີ​ຄວາມ​ຮູ້​ກ່ຽວ​ກັບ​ແນວທາງ​ຂອງ​ພັກ ​ແລະ ລັດຖະບານ​ລາວ. ທ່ານ ບຸນເຈົ້າ ພິຈິດ, ຜູ້ອໍານວຍການ​ໃຫຍ່ໂທລະພາບແຫ່ງຊາດລາວ ​ໃຫ້​ຮູ້​ວ່າ.

(ທ່ານ ບຸນເຈົ້າ ພິຈິດ, ຜູ້ອໍານວຍການໂທລະພາບແຫ່ງຊາດລາວ) 

          ທ່ານ ຫງວຽນ​ແມ້ງ​ຮຸ່ງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຖື​ວ່າ, ​ເລື່ອງ​ໂທລະພາບ​ລາວ ອອກ​ອາກາດລາຍການ​ຂ່າວ​ເປັນ​ພາສາ​ຫວຽດ ກົງ​ກັບ​​ໂອກາດ​ສະ​ເຫຼີມສະຫຼອງ​ວັນຊາດ​ຫວຽດນາມ ​​ແມ່ນມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ.

          “ຂ້າພະ​ເຈົ້າ​ໄດ້​ຕີ​ລາຄາ​ສູງ​ການສະ​ເໜີ​ຕົວ ​ແລະ ອອກ​ອາກາດ​ລາຍການ​ຂ່າວ​ເປັນພາສາ​ຫວຽດ ຂອງ​ໂທລະພາບ​ແຫ່ງ​ຊາດລາວ ​ແລະ ຫວັງ​ວ່າ, ​ໂທລະພາບ​ແຫ່​ງຊາດ​ລາວ ຈະ​ມີ​ບັນດາ​ລາຍການ​ທີ່​ອຸດົມສົມບູນ, ມີ​ຊີວິດ​ຊີ​ວາ ​ເພື່ອ​ຮັບ​ໃຊ້​ຜູ້​ຊົມ​ໂທລະພາບ​ຢູ່​ລາວ ​ເວົ້າ​ລວມ, ຢູ່​ນະຄອນຫຼວງ​ວຽງ​ຈັນ​ ເວົ້າ​ສະ​ເພາະ ​ແລະ ບໍ່​ພຽງ​ແຕ່​​ເພື່ອຮັບ​ໃຊ້​ຜູ້ຊົມ​ທີ່ຮູ້​ພາສາ​ຫວຽດ ​ເທົ່າ​ນັ້ນ, ຫາກ​​ເຮັດ​ໃຫ​້ຈຳນວນຜູ້​​ຊົມ​ໂທລະພາບ​ຮູ້​ພາສາ​ຫວຽດ ນັບ​ມື້​ນັບ​ຫຼາຍ​ກວ່າ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ພວກ​ເພື່ອນ​ຈະ​ບັນ​ລຸ​ຜົນສຳ​ເລັດ​ອັນ​ດີງາ​ມ”.

          ລາຍການ​ຂ່າວ​ເປັນ​ພາສາ​ຫວຽດ ຂອງ​ໂທລະພາບ​ແຫ່​ງຊາດ​ລາວ ​ໄດ້​ອອກ​ອາກາດ​ແຕ່​ວັນ​ຈັນ ຫາ​ວັນ​ສຸກ ຂອງທຸກ​ອາທິດ, ​​ເປັນ​ເວລາ 15 ນາທີ, ລວມມີ​ຂ່າວ​ພາຍ​ໃນ​ປະ​ເທດ, ຂ່າວ​ຕ່າງປະ​ເທດ ​ແລະ ລາຍການພະຍາກອນ​ອາກາດ.


ຂ່າວ/ບົດ​ອື່ນ