ໂລກເພີ່ມທະວີການປ້ອງກັນພະຍາດໄວຣັດຊິກາພວມແຜ່ລະບາດຢ່າງກວ້າງຂວາງ

ໂລກເພີ່ມທະວີການປ້ອງກັນພະຍາດໄວຣັດຊິກາພວມແຜ່ລະບາດຢ່າງກວ້າງຂວາງ - ảnh 1
ໂລກເພີ່ມທະວີການປ້ອງກັນພະຍາດໄວຣັດຊິກາ
ພວມແຜ່ລະບາດຢ່າງກວ້າງຂວາງ
(ພາບ: telegraph)


(vovworld) –​ ລັດ​ຖະ​ມົນ​ຕີ​ສາ​ທາ​ລະ​ນະ​ສຸກ 14 ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ ໄດ້​ຈັດ​ກອງ​ປະ​ຊຸມ​ຢູ່​ນະ​ຄອນ​ຫຼວງ Montevideo ຂອງ​ ອູ​ຣູກວາຍ ໃນ​ວັນ​ທີ 03/02 ເພື່ອ​ພ້ອ​ມ​ກັນ​ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ສົ​ມ​ທົບ​ກັນ​ເຄື່ອນ​ໄຫວ​ຕ້ານ​ການ​ແຜ່​​ລະ​ບາດ​ຢ່າງວ່ອງ​ໄວ​ຂອງ​ພະ​ຍາດ​ໂດຍ​ໄວ​ຮັດ​ຊິ​ກາ (Zika Virus) ກໍ​​ໃຫ້​ເກີດ​ຢູ່​ພາກ​ພື້​ນ​ຕ່າງໆ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອູ​ຣູກວາຍ Rodolfo Nin Novoa ໄດ້​ຮ​ຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ ​ຈົ່ງຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ຮີບ​ດ່ວນ ແລະ ມິ​ປະ​ສິດ​ທິ​ຜົນ​ກວ່າ​ອີກ ເພື່ອ​ຮັບ​ມື​ກັບ​ພະ​ຍາດ​ໄວ​ຣັດ​ຊິ​ກາ. ໃນ​ຂະ​ນະ​ນັ້ນ, ຫົວ​ໜ້າ​ອົງ​ການອະ​ນາ​ໄມ​ລະ​ຫວ່າງ​ອາ​ເມ​ລິ​ກາ (OPS) Carissa Rtienne ແຈ້ງວ່າ, ອົງ​ການນີ້​ຈະ​ສະ​ຫ​ງວ​ນ​ເງິນ 8,5 ລ້ານ USD ໃຫ້​​ບັນ​ດາ​ປະ​ເທດ​ພາຍ​ໃນ​ພາກ​ພື້​​ນ​ເພື່ອປ້ອ​ງ​ກັນ​, ຕ​້ານ​ໄວ​​ຣັດຊິ​ກາ. OPS ກໍ​ສົມ​ທົບ​​ກັນ​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ​ (WHO) ຢ່າງ​ແໜ້ນ​ແ​ຟ້ນ ເພື່ອ​ລະ​ດົມ​ທຸກ​ກົນ​ໄກ​ຮີບ​ດ່ວນ​​ແນ​ໃສ່​ຮັບ​ມື​ກັບ​ພະ​ຍາດ​ທີ່​ພ​ວ​ມ​ແຜ່​​ລະ​ບາດ​ຢ່າງ​ວ່ອງ​ໄວ​ນີ້.

      ແລະ​ກໍ​ໃນ​ວັນ​ດຽວ​ກັນ, WHO ກໍ​ກ່າວ​ເຕືອນ​ບັນ​ດາ​ປະ​ເທດ​ເອີ​ລົບ ຈົ່ງ​ມີ​ການ​ກະ​ທຳ​ໂດຍ​ທັນ​ທີ ເພື່ອ​ສະ​ກັດ​ກ​ັ້ນ​ໄວ​ຣັດ ຊິ​ກາ ​ເຊິ່ງ​ເປັ​ນ​ພະ​ຍາດ​ເຮັດ​ໃຫ້​ເດັກນ້ອຍທີ່ເກີດມາ ມີຂະໜາດຫົວນ້ອຍລົງ ພວມ​ແຜ່​ລະ​ບາດ​ຢູ່​ທະ​ວີບ​ນີ້.

ຂ່າວ/ບົດ​ອື່ນ