ໂອ້ລົມສົນທະນາກ່ຽວກັບບັນຫາທະເລຕາເວັນອອກຢູ່ ຟີລິບຟິນ

(vovworld) - ​ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 30, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ສາ​ກົນ Stratbase ADR (ADRI) ຂອງ ຟີ​ລິບ​ປິນ ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ຫົວ​ຂໍ້​ວ່າ “ທະ​ເລ​ຕາ​ເວັນ​ອອກ: ຟີ​ລິບ​ປິນ, ອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ” ໃນ​ວັນ​ທີ 25/04 ຢູ່ Manila, ຟີ​ລິບ​ປິນ. ການ​ໂອ້​ລົມ​ສົນ​ທະ​ນາ​ໄດ້​ເຕື້ອງ​ເຖິງ​ບາງ​ການ​ຜັນ​ແປ​​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລ​ຍະ​ຜ່ານ​ມາ, ໃນ​ນັ້ນ​ມີ​ບັນ​ດາ​ບາດ​ກ້າວ​ໃນ​ການ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ເລື່ອງແກ້​ໄຂການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃນ​ການ​ປະ​ຕິ​ບັດ​ເນື້ອ​ໃນ​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ (PCA) ຈາກນັ້ນ ຍົກ​ອອກບາງ​ມາດ​ຕະ​ການ ເພື່ອ​ແນ​ໃສ່​ແກ້​ໄຂ​​​ການຂັດ​ແຍ້ງກ​ັນ​ຢູ່​ທະ​ເລ​ຕາ​ເວັນ​ອອກດ້ວຍສັນ​ຕິ​ວິ​ທີ, ຕາມ​ກົດ​ໝາຍ​ສາ​ກົນ​. ​ການ​ໂອ້​ລົມ​ສົນ​ທະ​ນາກໍ່​ເຕື້ອງ​ເຖິງ​ບັນ​ດາ​ເນື້ອ​ໃນ​​ຮ້ອນ​ເຮັ່ງ​ທີ່​ສຸດ​ໃນ​ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຟີ​ລິບ​ປິນ ຄື: ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ພູມ​ສາດ​ການ​ເມືອງ, ການ​ທະ​ຫານ, ວິ​ທະ​ຍາ​ສາດ​ທະ​ເລ, ກົດ​ໝາຍ​ສາ​ກົນ ແລະ ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຟີ​ລິບ​ປິນ​ກັບ ອາ​ຊຽນ, ຈີນ ແລະ ບັນ​ດາ​ປະ​ເທດ ອື່ນໆ.


ຕອບກັບ

ຂ່າວ/ບົດ​ອື່ນ