ໃກ້ຈະມີຊຸດດັດຊະນີຕີລາຄາລະດັບການພັດທະນາຂອງວິສາຫະກິດ

ໃກ້ຈະມີຊຸດດັດຊະນີຕີລາຄາລະດັບການພັດທະນາຂອງວິສາຫະກິດ - ảnh 1
ພາບ​ປະ​ກອບ

(vovworld) – ​ທ້າຍ​ປີນີ້, ກົມ​ໃຫຍ່​ສະ​ຖິ​ຕິ (ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ) ຈະ​ສົມ​ທົບ​ກັບ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ປະ​ກາດ​ຊຸດ​ດັດ​ຊະ​ນີຕີ​ລາ​ຄາ​ລະ​ດັບ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ເພື່ອ​ເປັນ​ພື້ນ​ຖານ​ໜູນ​ຊ່ວຍ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຮອດ​ປີ 2020. ຊຸດ​ດັດ​ຊະ​ນີ​​ລວມ​ມີຫຼາຍຕົວ​ເລກ​ຄາດໝາຍ​ກ່ຽວ​ຂ້ອງ​ເຖິງ​ລາຍ​ຮັບ, ກຳ​ໄລ, ການ​ປະ​ກອບ​ເຂົ້າ​ງົບ​ປະ​ມານ, ມີມ​ູນ​ຄ່າ​ເພີ່ມ… ຊຸດດັດ​ຊະ​ນີ​​ກໍ່​ມີ​ບາງ​​ຕົວ​ເລກ​ຄາດ​ໝາຍ​ອື່ນໆ​ເພື່ອ​ສ່ອງ​ແສງ​ໝາກ​ຜົນ​ຂອງ​ການ​ຜ​ະ​ລິດ ດຳ​ເນີນ​ທຸ​ລະ​ກິດ​ສຸດ​ທ້າຍ​ຂອງວິ​ສາ​ຫະ​ກິດ​ຂັ້ນ​ແຂວງ. ນີ້​ແມ່ນ “ໄມ້​ວັດ​ແທກ” ໃຫ້​ແກ່​ສົ້ນ​ອອກ​ຂອງວິ​ສາ​ຫະ​ກິດ. ທ່ານ ຫງວຽນ​ກວາງ​ວີງ, ຮອງ​ເລ​ຂາ​ທິ​ການ​ໃຫຍ່​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “​ຊຸດດັດ​ຊະ​ນີພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ​ອີງ​ໃສ່​ລະ​ບົບ, ການ​ສະ​ຖິ​ຕິ​ຕົວ​ເລກ​ທີ່​ມີ​ຢູ່​ແລ້ວ​ເພື່ອ​ວັດ​ແທກ​ຄວາມ​ສະ​ດວກ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ດ້ວຍ​ບັນ​ດາ​ນະ​ໂຍ​ບາຍ, ບາງ​ຕົວ​ເລກ​ຄາດ​ໝາຍ​ຕົ້ນ​ຕໍ​ເຊິ່ງ​ພວກ​ເຮົາ​ຄາດ​​ຄະ​ເນວ່າ​ຈະ​ນຳ​ເຂົ້າ. ​ຊຸດດັດ​ຊະ​ນີ ​ຄວາມ​ແກ່ງ​ແຍ້ງ​ຂັ້ນ​ແຂວງ (PCI) ແລະ ​ຊຸດດັດ​ຊະ​ນີພັດ​ທະ​ນາ​ວິ​ສາ​ຫະ​ກິດນີ້​ຈະ​ເພີ່ມ​ເຕີມ​ໃຫ້​ກັນ​ເປັນ​ຢ່າງ​ດີ​ເພື່ອ​ສາ​ມາດ​ວັດ​ແທກ​ລະ​ດັບ​ຄວາມ​ສະ​ດວກ​ໃນ​ສະ​ພາບ​ການ​ດຳ​ເນີນ​ທຸ​ລະ​ກິ​ດ​ເຊິ່ງວິ​ສາ​ຫະ​ກິດ ຫວຽດ​ນາມ ພວມ​ເຄື່ອນ​ໄຫວ.”

ຕອບກັບ

ຂ່າວ/ບົດ​ອື່ນ