ໃນບັນຊີລາຍຊື່ນັກເຕະບານອາຊີຕາເວັນອອກສ່ຽງໃຕ້ດີເດັ່ນທີ່ສຸດໃນການແຂ່ງຂັນຄັດເລືອກເຂົ້າຮອບ 16 ທິມ ຫວຽດນາມ ມີ 3 ຄົນ

(VOVWORLD) - ການແຂ່ງຂັນຄັດເລືອກເຂົ້າຮອບ 16 ທິມ Asian Cup 2019 ໄດ້ອັດລົງຢ່າງເປັນທາງການ, 

ໃນນັ້ນ ຫວຽດນາມ ແລະ ໄທ ແມ່ນ 2 ທິມບານເຕະຂອງ ອາຊີຕາເວັນອອກສ່ຽງໃຕ້ ໄດ້ເຂົ້າຮອບ 1/8, ສ່ວນ ຟີລິບປີນ ຖືກຕົກຮອບ. ໃນບັນຊີລາຍຊື່ນັກເຕະອາຊີຕາເວັນອອກສ່ຽງໃຕ້ດີເດັ່ນທີ່ສຸດໃນການແຂ່ງຂັນເຂົ້າຮອບ 16 ທິມ ໂດຍ Fox Sports Asia ຄັດເລືອກລວມມີນັກເຕະ 11 ຄົນ, ໃນນັ້ນ ຫວຽດນາມ ມີ 3 ຄົນ, ນັ້ນແມ່ນ ເກ໊ວງອັກຫາຍ, ກວາງຫາຍ ແລະ ກົງເຟື້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ