ໄຂ ເວທີປາໄສ SPIEF – 2019

(VOVWORLD) -ເວທີປາໄສເສດຖະກິດສາກົນ Saint Petersburg (SPIEF) ຄັ້ງທີ 23 ໄດ້ໄຂຂຶ້ນຢ່າງສົມກຽດໃນວັນທີ 6 ມິຖຸນາ ຢູ່ສູນວາງສະແດງ “Expoforum” ນະຄອນ Saint Petersburg, ສະຫະພັນ ລັດເຊຍ. 

ທ່ານ ຫງວຽນວັນບິ່ງ ກໍາມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງກອມມູນິດ ຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຂົ້າຮ່ວມເວທີປາໄສດັ່ງກ່າວ.

ໄຂ ເວທີປາໄສ SPIEF – 2019 - ảnh 1ທ່ານ ຫງວຽນວັນບິ່ງ ມີບົດກ່າວປາໄສທີ່ເວທີປາໄສ SPIEF – 2019 (ພາບ: TTXVN)

        ທີ່ວາລະໄຂ, ທ່ານ ຫງວຽນວັນບິ່ງ ມີບົດກ່າວປາໄສສໍາຄັນກ່ຽວກັບການພັດທະນາແບບຍືນຍົງ ແລະ ການຄ້າສາກົນ, ເຂົ້າຮ່ວມການສົນທະນາຂັ້ນສູງພ້ອມກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres, ທ່ານ Tirgan Sargsyan  ປະທານຄະນະກໍາມະການເສດຖະກິດ ອາຊີ - ເອີຣົບ, ທ່ານປະທານາທິບໍດີ ສາທາລະນະລັດ Moldova Igor  Dodon, ທ່ານ Anton Siluanov ຮອງນາຍົກລັດຖະມົນຕີຜູ້ທີ 1 ສະຫະພັນລັດເຊຍ ແລະ ທ່ານ Ulizisaikhan Enkhtuvshin  ຮອງນາຍົກລັດຖະມົນຕີ ມົງໂກນ ໄດ້ແລກປ່ຽນໂດຍກົງ ກ່ຽວກັບບັນດາບັນຫາທີ່ພົ້ນເດັ່ນໃນການພົວພັນເສດຖະກິດສາກົນໃນປັດຈຸບັນ.

        ນອກຈາກນັ້ນ, ຄະນະຜູ້ແທນຫວຽດນາມ ກໍໄດ້ເຂົ້າຮ່ວມການປະກອບຄໍາເຫັນ ແລະ ປຶກສາຫາລືທີ່ວາລະ “ຍຸດທະສາດໃຫ້ແກ່ອະນາຄົດຂອງ ສະຫະພັນເສດຖະກິດ ອາຊີ - ເອີີລົບ” ດ້ວຍການເຂົ້າຮ່ວມຂອງທ່ານ Anton Siluanov ຮອງນາຍົກລັດຖະມົນຕີຜູ້ທີ 1 ສະຫະພັນລັດເຊຍ, ຮອງນາຍົກລັດຖະມົນຕີບັນດາປະເທດ ກາຊັກສະຖານ, ອາກເມເນຍ, ກີກິດສະຖານ, ເບລາຣຸດ ແລະ ການນໍາບາງອົງການຈັດຕັ້ງພາກພື້ນ ແລະ ສາກົນ. 

ຕອບກັບ

ຂ່າວ/ບົດ​ອື່ນ