ໄຂ “ໝູ່ບ້ານອາຊຽນ - ນະຄອນໂຮ່ຈິມິນ 2017”

(VOVWORLD) -ຕອນຄ່ຳວັນທີ 21 ກັນຍາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ໄຂ “ໝູ່ບ້ານອາຊຽນ - ນະຄອນໂຮ່ຈິມິນ 2017”, ດ້ວຍຫົວຂໍ້ວ່າ “ຮ່ວມແຮງຮ່ວມໃຈກັນເພື່ອປ່ຽນແປງ, ເຊື່ອມຕໍ່ກັບທົ່ວໂລກ”
ໄຂ “ໝູ່ບ້ານອາຊຽນ - ນະຄອນໂຮ່ຈິມິນ 2017” - ảnh 1(ໝູ່ບ້ານຂອງລາວ ເຂົ້າຮ່ວມ“ໝູ່ບ້ານອາຊຽນ - ນະຄອນໂຮ່ຈິມິນ 2017” )

ເພື່ອແນໃສ່ເຊີດຊູຄຸນຄ່າເສົາຄ້ຳວັດທະນະທຳ, ເສດຖະກິດຂອງປະຊາຄົມອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ (1967 - 2017) ແລະ 22 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ (1995 - 2017). “ໝູ່ບ້ານອາຊຽນ - ນະຄອນໂຮ່ຈິມິນ 2017”  ຖືກດຳເນີນເປັນເວລາ 4 ວັນ, ດ້ວຍບັນດາລາຍການແນະນຳກ່ຽວກັບປະເທດຊາດ, ມະນຸດ, ວັດທະນະທຳທີ່ເປັນມູນເຊື້ອຂອງບັນດາປະເທດອາຊຽນ; ບັນດາການເຄື່ອນໄຫວແນະນຳຜະລິດຕະພັນວິສາຫະກິດ, ໂຄສະນາວັດທະນະທຳ, ການທ່ອງທ່ຽວຂອງ 10 ປະເທດສະມາຊິກອາຊຽນ. ບັນດາຜູ້ເຂົ້າຮ່ວມ “ໝູ່ບ້ານອາຊຽນ - ນະຄອນໂຮ່ຈິມິນ 2017” ຍັງມີໂອກາດໄດ້ຮັບປະທານບັນດາເຍື່ອງອາຫານທີ່ອຸດົມສົມບູນຂອງບັນດາປະເທດອາຊຽນ ແລະ ເຂົ້າຮ່ວມການລະຫຼິ້ນພື້ນເມືອງ, ເຂົ້າຮ່ວມການຜະລິດບັນດາສິນຄ້າຫັດຖະກຳທີ່ເປັນມູນເຊື້ອຂອງຫວຽດນາມ ແລະ ບັນດາປະເທດອາຊຽນ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ