ໄຂSOM ASEAN+3ແລະອາຊີຕາເວັນອອກ

ໄຂSOM ASEAN+3ແລະອາຊີຕາເວັນອອກ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

(vovworld) – ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ແລະ ບັນດາ​ກອງ​ປະ​ຊຸມກ່ຽວຂ້ອງ, ຕອນ​ເຊົ້າວັນ​ທີ 23/7 ຢູ່​ນະຄອນຫຼວງ ວຽງ​ຈັນ, ປະ​ເທດ ລາວ ​ໄດ້​ດຳ​ເນີນ​ກອງ​ປະຊຸມ SOM ASEAN + 3 (ກັບ​ຈີນ, ສ. ​ເກົາຫຼີ ​ແລະ ຍີ່ປຸ່ນ) ​ແລະ SOM ບັນດາ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ ອາຊີ​ຕາ​ເວັນ​ອອກ (ກັບ 8 ປະ​ເທດຄູ່​ຮ່ວມ​ມື: ຈີນ, ສ. ​ເກົາຫຼີ, ຍີ່ປຸ່ນ, ອາ​ເມ​ລິ​ກາ, ລັດ​ເຊຍ, ອິນ​ເດຍ, ອົດ​ສະຕີ​ລີ ​ແລະ ນີວຊີ​ແລ​ນ) ​ເພື່ອ​ກະກຽ​ມ​ໃຫ​້​ແກ່​ກອງ​ປະຊຸມ​​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ອາ​ຊຽນ +3 ​ແລະ ອາຊີ​ຕາ​ເວັນ​ອອກ ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 26/7 ​ແລະ ​ແລກປ່ຽນ​ກ່ຽວ​ກັບ​ບາງ​ບຸລິມະສິດ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ນີ້. ທີ່​ກອງ​ປະຊຸມ SOM ASEAN +3, ບັນດາ​ຜູ້​ແທນ​ໄດ້​ປຶ​ກສາ​ຫາລື​ບົດບາດ​ຂອງ​ວິວັດທະນາ​ການ​ຮ່ວມ​ມື ອາ​ຊຽນ +3 - ຂອບ​ເຂດ​ຕົ້ນຕໍ​ຊຸກຍູ້​ການ​ຮ່ວມ​ສຳພັນ​ເຂດ, ມຸ່​ງ​ໄປ​ເຖິງ​ຈຸດໝາຍ​ຍາວ​ນານ​ແມ່ນ​ປະຊາ​ຄົມ ອາຊີ ຕາ​ເວັນ​ອອກ, ​ເຫັນ​ດີ​ເປັນ​ເອກະສັນ​ຍົກ​ສູງ​ປະສິດທິ​ຜົນ ​ແລະ ຊຸກຍູ້​ຄວາມ​ຄືບ​ໜ້າ​ຜັນ​ຂະຫຍາຍ​ແຜນການ​ປະຕິບັດ​ງານ ອາ​ຊຽນ+3 ​ໄລຍະ 2013 – 2017, ພິຈາລະ​ນາ​ສ້າງ​​ແຜນ​ການ​ປະຕິບັດ​ງານ ອາ​ຊຽນ+3 ​ໄລຍະ​ໃໝ່. ທີ່​ກອງ​ປະຊຸມ SOM EAS, ບັນດາ​ຜູ້​ແທນ​ໄດ້​ພິຈາລະນາ​ກ່ຽວ​ກັບ​ໂຄງ​ປະກອບ​ພາກ​ພື້ນ​ພວມ​ໄດ້ຮັບ​ການ​ສ້າງ​​ເປັນ​ຮູບ​ປະ​ທຳ​ແລະ ບົດບາດ​ຂອງ EAS, ​ຜັນ​ຂະຫຍາຍ​ຖະ​ແຫຼ​ງການສະ​ເຫຼີ​ມສະຫຼອງ 10 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ EAS ​ໂດຍ​ບັນດາ​ການ​ນຳ​ຮັບຮອງ​ເອົາ​ເມື່ອ​ເດືອນ 11/2015, ປຶກສາ​ຫາລື​​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ບຸລິມະສິດ​ຂອງ EAS ຄື​ພະລັງງານ, ການ​ສຶກສາ, ສາທາລະນະ​ສຸກ, ສິ່ງ​ແວດ​ລ້ອມ, ການ​ເງິນ.

 


ຂ່າວ/ບົດ​ອື່ນ