ໄຂ​ກອງ​ປະ​ຊຸມ SOM ກອງ​ປະ​ຊຸມ​ຄະ​ນະ​ກຳ​ມ​ະ​ການປະ​ສານ​ງານ​ເຂດ​ສາມ​ຫຼ່ຽມ​ພັດ​ທະ​ນາ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ຄັ້ງ​ທີ 12

(VOVWORLD) - ຕອນບ່າຍວັນທີ 9 ມີນາ, ກອງປະຊຸມຂັ້ນນັກວິຊາການ (SOM) ໃນຂອບເຂດກອງປະຊຸມຄັ້ງທີ 12 ຂອງຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ (JCC CLV DTA) ໄດ້ດຳເນີນຢູ່ເຂດຊາຍແດນ Kratie, ກຳປູເຈຍ.
ໄຂ​ກອງ​ປະ​ຊຸມ SOM ກອງ​ປະ​ຊຸມ​ຄະ​ນະ​ກຳ​ມ​ະ​ການປະ​ສານ​ງານ​ເຂດ​ສາມ​ຫຼ່ຽມ​ພັດ​ທະ​ນາ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ຄັ້ງ​ທີ 12 - ảnh 1ຄະນະຜູ້ແທນ ຫວຽດນາມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ SOM, ທ່ານ ເລກວາງແມ້ງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຖືວ່າ: ປັດຈຸບັນ, ບັນດາໂຄງການກ່ຽວກັບການພັດທະນາເຂດຊາຍແດນລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ ແລະ ພວມຜັນຂະຫຍາຍ, ພິເສດແມ່ນໃນບັນດາຂົງເຂດຄື ເຂື່ອນໄຟຟ້ານ້ຳຕົກ, ການຂຸດຄົ້ນແຮ່ທາດ, ປູກ ແລະ ປຸງແຕ່ງຜະລິດຕະພັນຕົ້ນໄມ້ອຸດສາຫະກຳ. ເປົ້າໝາຍຂອງການສ້າງຕັ້ງການຮ່ວມມືໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV) ແມ່ນເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສາມປະເທດເພື່ອແນໃສ່ຮັກສາຄວາມໝັ້ນຄົງ, ຄວາມສະຖຽນລະພາບດ້ານການເມືອງ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາ ເສດຖະກິດ - ສັງຄົມ ໃນພາກພື້ນ. ການຮ່ວມມືໃນເຂດສາມຫຼ່ຽມພັດທະນາໄດ້ສຸມໃສ່ເຂົ້າໃນບັນດາຂົງເຂດຄື: ຄວາມໝັ້ນຄົງ - ການຕ່າງປະເທດ, ຄົມມະນາຄົມ ຂົນສົ່ງ, ອຸດສາຫະກຳ, ກະສິກຳ, ການຄ້າ, ການລົງທຶນ, ບັນດາຂົງເຂດສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ