ໄຂກອງປະຊຸມການພົວພັນຕ່າງປະເທດຄັ້ງທີ 19

(VOVWORLD) -ວັນທີ 12 ສິງຫາ ຢູ່ ຮ່າໂນ້ຍ ໄດ້ດຳເນີນພິທີໄຂກອງປະຊຸມການພົວພັນຕ່າງປະເທດທົ່ວປະເທດຄັ້ງທີ 19 ພາຍໃຕ້ຫົວຂໍ້ວ່າ: “ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຮັບໃຊ້ການເຊື່ອມໂຍງຢ່າງມີປະສິດທິຜົນ ແລະ ພັດທະນາແບບຍືນຍົງ”. 
ໄຂກອງປະຊຸມການພົວພັນຕ່າງປະເທດຄັ້ງທີ 19 - ảnh 1ທ່ານ ຟ້າມບີງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ກ່າວຄຳເຫັນທີ່ກອງປະຊຸມ 

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຟ້າມບີງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນ ນີ້ແມ່ນກອງປະຊຸມຄັ້ງທີ 4 ໄດ້ຮັບການຈັດຕັ້ງຂຶ້ນ ພ້ອມກັບກອງປະຊຸມການທູດ ເພື່ອໃຫ້ບັນດາຜູ້ແທນທ້ອງຖິ່ນ ບໍ່ພຽງແຕ່ກຳແຫນ້ນການຜັນແປໃຫມ່ສະພາບການໂລກ ແລະ ພາກພື້ນເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ທ້ອງຖິ່ນ ແລະສູນກາງ ພາຍໃນ ແລະຕ່າງປະເທດ ພ້ອມກັນປຶກສາຫາລືບັນດາມາດຕະການເພີ່ມທະວີການສົມທົບ, ຍົກສູງປະສິດທິຜົນວຽກງານການຕ່າງປະເທດ, ໃນນັ້ນ ມີແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງກວາງ.

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຕີລາຄາສູງວຽກງານການຕ່າງປະເທດຂອງທ້ອງຖິ່ນ ໄດ້ມີບັນດາບາດກ້າວພັດທະນາຮອບດ້ານ ທັງລວງກວ້າງ ແລະ ລວງເລິກ. ທ່ານກ່າວວ່າ:

        “ໃນຜົນງານລວມນັ້ນ ມີຂີດໝາຍສຳຄັນຂອງການພົວພັນຕ່າງປະເທດຢູ່ທ້ອງຖິ່ນ ແລະ ກຳລັງແຮງອັນໃຫຍ່ຫລວງຂອງຖັນແຖວພະນັກງານເຮັດວຽກງານພົວພັນຕ່າງປະເທດຢູ່ທ້ອງຖິ່ນ. ວຽກງານການຕ່າງປະເທດຢູ່ທ້ອງຖິ່ນໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ, ຕັ້ງຫນ້າ, ມີຈຸດສຸມ. ພວກເຮົາໄດ້ເປີດກວ້າງ ແລະຊຸດຄົ້ນບັນດາສາຍພົວພັນກັບຕ່າງປະເທດຢ່າງມີປະສິດທິຜົນ, ເປີດກວ້າງຕະຫລາດສົ່ງອອກ, ຊຸກຍູ້ດ້ານການຄ້າ, ການລົງທຶນ, ປະກອບສ່ວນຢ່າງແທດຈິງເຂົ້າໃນບັນດາເປົ້າໝາຍພັດທະນາຂອງທ້ອງຖິ່ນ ແລະ ໃນທົ່ວປະເທດ.”

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ