ໄຂກອງປະຊຸມຂັ້ນລັດຖະມົນຕີ ອາຊຽນ ຄັ້ງທີ 6 ກ່ຽວກັບບັນຫາຢາເສບຕິດ

(VOVWORLD) - ກ່າວຄຳເຫັນທີ່ພິທີໄຂ, ທ່ານພົນໂທ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ, ຢັ້ງຢືນວ່າຄວາມຕັດສິນໃຈຂອງ ຫວຽດນາມ ໃນວຽກງານປ້ອງກັນ
ໄຂກອງປະຊຸມຂັ້ນລັດຖະມົນຕີ ອາຊຽນ ຄັ້ງທີ 6 ກ່ຽວກັບບັນຫາຢາເສບຕິດ - ảnh 1 ທ່ານ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ

ກອງປະຊຸມຂັ້ນລັດຖະມົນຕີ ອາຊຽນ ຄັ້ງທີ 6 ກ່ຽວກັບບັນຫາຢາເສບຕິດ (AMMD 6) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີໄຂ, ທ່ານພົນໂທ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ຢັ້ງຢືນວ່າຄວາມຕັດສິນໃຈຂອງ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໄພອັນຕະລາຍຈາກຢາເສບຕິດ. ລັດຖະບານ ຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດໃຫ້ແກ່ ວຽກງານນີ້; ພ້ອມກັນນັ້ນ, ຫວຽດນາມ ກໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍກັບບັນດາປະເທດໃນກຸ່ມ ອາຊຽນ ກໍ່ຄືບັນດາຄູ່ຮ່ວມມືໃນກຸ່ມ, ໂດຍສະເພາະແມ່ນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ຮ່ວມມືພາຍໃນກຸ່ມໃນການປ້ອງກັນ, ຕ້ານຢາເສບຕິດ. ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ໃຫ້ຮູ້ວ່າ:

        “ດ້ວຍແຜນນະໂຍບາຍ ແລະ ທິດນຳ “ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ”, ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນໃນທຸກດ້ານ, ເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບ, ປະກອບສ່ວນຍູ້ແຮງບັນດາຂົງເຂດຮ່ວມມືປ້ອງກັນ, ຕ້ານຢາເສບຕິດໃນພາກພື້ນໃຫ້ນັບມື້ນັບກ້າວເຂົ້າສູ່ແທດຈິງ, ນຳມາເຊິ່ງຜົນປະໂຫຍດລະອຽດຢູ່ພາກພື້ນ; ລົງທຶນໃຫ້ເໝາະສົມກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ເພີ່ມທະວີວຽກງານການໂຄສະນາເຜີຍແຜ່, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນກ່ຽວກັບໄພອັນຕະລາຍຈາກຢາເສບຕິດໃຫ້ຫຼາຍກ່ວາອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ