ໄຂກອງປະຊຸມຂັ້ນສູງຊາວຫນຸ່ມ ອິນເດຍ - ອາຊຽນ ຢູ່ Bhopal

(VOVWORLD) -ຕອນຄ່ຳວັນທີ 14 ສິງຫາ ຢູ່ ນະຄອນ Bhopal ລັດ Madhya Pradesh ພາກກາງ ອິນເດຍ ໄດ້ໄຂກອງປະຊຸມຂັ້ນສູງ ຊາວຫນຸ່ມ ອິນເດຍ - ອາຊຽນ. 

ໄຂກອງປະຊຸມຂັ້ນສູງຊາວຫນຸ່ມ   ອິນເດຍ - ອາຊຽນ ຢູ່ Bhopal - ảnh 1ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ 

VIetnam+

ກອງປະຊຸມ ມີຫົວຂໍ້ວ່າ: “ບັນດາຄຸນຄ່າໄດ້ຮັບການແບ່ງປັນ, ຊາຕະກຳລວມ” ໄດ້ດຳເນີນແຕ່ວັນທີ 14 – 19 ສິງຫາ. ໃນໄລຍະດຳເນີນກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຈະປຶກສາຫາລືກ່ຽວກັບການພົວພັນ ອິນເດຍ - ອາຊຽນ, ບັນຫາເຊື່ອມຕໍ່, ບັນດາການພົວພັນກ່ຽວກັບວັດທະນະທຳ ສິວິໄລ, ປ່ຽນໃຫມ່ ແລະ ວິສາຫະກິດ, ເຊື່ອມຕໍ່ດີຈີຕອນ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ວາລະປຶກສາຫາລືຂອງບັນດາສະຖານທູດກ່ຽວກັບດ້ານການຄ້າ, ການພົບປະແລກປ່ຽນລະຫວ່າງບັນດາສະມາຊິກໃນສະພາແຫ່ງຊາດ ແລະ ງານບຸນອາຫານການກິນ ອາຊຽນ. 

ຕອບກັບ

ຂ່າວ/ບົດ​ອື່ນ