ໄຂກອງປະຊຸມຂັ້ນສູງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້(ອາຊຽນ)27

ໄຂກອງປະຊຸມຂັ້ນສູງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້(ອາຊຽນ)27 - ảnh 1
(ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ,
ທັງ​ເປັນ​ປະທານ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ Najib Razak)


(vovworld) - ວັນ​ທີ 21/11, ກອງ​ປະຊຸມ​ຂັ້ນ​ສູງ​ ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) 27 ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊຍ. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ, ທັງ​ເປັນ​ປະທານ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ Najib Razak, ​ໄດ້​ເນັ້ນ​ໜັກວ່າ, ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ 2015 ​ແມ່ນ​ບາດກ້າວ​ປະຫວັດສາດ​ສຳຄັນ​ຍິ່ງ​ຂອງ​ອາ​ຊຽນ, ນຳ​ອາ​ຊຽນກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່​ທີ່​ສູງ​ກວ່າ, ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນຈະ​ສືບ​ຕໍ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ທີ່​ແທດ​ຈິງ​ຫຼາຍ​ກວ່າ​ໃຫ້​ແກ່​ປະຊາຊົນ ​ແລະ ບັນດາ​ປະ​ເທດ​ສະມາຊິກ.

ພາຍຫຼັງ​ພິທີ​ໄຂ, ບັນດາ​ການ​ນຳ​ອາ​ຊຽນ ​ໄດ້​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ຄົບ​ຄະນະ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງ​ທີ 27. ນະ​ທີ່​ນີ້, ບັນດາ​ການ​ນຳ​ອາ​ຊຽນ​ເນັ້ນ​ໜັກ​ວ່າ, ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ​ແມ່ນ​ວິວັດທະນາ​ການ​ຕໍ່​ເນື່ອງ, ທັງ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ວ່າ, ອາ​ຊຽນຄວນ​ສືບ​ຕໍ່​ປັບປຸງ ​ແລະ ນຳ​ການ​ຮ່ວມ​ສຳພັນ​ອາ​ຊຽນຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ບົນ​ພື້ນຖານ​ສືບທອດ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້. ຕາມ​ນັ້ນ​ແລ້ວ, ບັນດາ​ການ​ນຳ​ອາ​ຊຽນ ​ໄດ້​ຮັບຮອງ​ເອົາ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025 ​ແລະ ສາມ​ແຜນການ​ສັງ​ລວມຜັນ​ຂະຫຍາຍ​ວິ​ໄສ​ທັດ​ດ້ວຍ​ຫົວ​ຂໍ້​ວ່າ: “ອາ​ຊຽນ 2025: ພ້ອມ​ກັນ​ກ້າວ​ຂຶ້ນ​ຢ່າງ​ໝັ້ນຄົງ“

ພາຍຫຼັງ​ວາລະ​ປະຊຸມ​ຄົບ​ຄະນະ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ສົນທິສັນຍາ​ອາ​ຊຽນ ກ່ຽວ​ກັບ​ການ​ຕ້ານ​ການ​ຄ້າ​ມະນຸດ, ພິ​ເສດ​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ. ພິທີ​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ 2015, ຖະ​ແຫຼ​ງການ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025 ຈະ​ດຳ​ເນີນ​ໃນ​ວັນ​ທີ 22/11/2015, ດ້ວຍ​ການ​ເປັນ​ສັກຂີ​ພິຍານ​ຂອງ​ການ​ນຳ​ບັນດາ​ປະ​ເທດ​ຄູ່​ເຈລະຈາ ​ແລະ ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ.

​ໃນ​ວັນ​ດຽວ​ກັນ, ບັນດາ​ການ​ນຳ​ອາ​ຊຽນ ສືບ​ຕໍ່​ລາຍການ​ເຮັດ​ວຽກ​ກັບ​ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ - ຈີນ, ອາ​ຊຽນ - ອິນ​ເດຍ, ອາ​ຊຽນ+3 ​ແລະ ອາ​ຊຽນ - ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ