ໄຂກອງປະຊຸມຄັ້ງທີ 19 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ຕອນບ່າຍວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂກອງປະຊຸມຄັ້ງທີ 19 ຂຶ້ນ.
ໄຂກອງປະຊຸມຄັ້ງທີ 19 ຄະນະປະຈຳສະພາແຫ່ງຊາດ - ảnh 1 (ພາບປະກອບ: quochoi.vn)

ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບບົດລາຍງານໝາກຜົນການຕິດຕາມກວດກາກ່ຽວກັບການປະກາດໃຊ້ມະຕິ ແລະ ການເຄື່ອນໄຫວຂອງສະພາປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ; ຂໍ້ສະເໜີຂອງລັດຖະບານກ່ຽວກັບການປະກາດໃຊ້ມະຕິຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບການໜູນຊ່ວຍເງິນໃຊ້ຈ່າຍການນຳໃຊ້ຜະລິດຕະພັນ, ການບໍລິການຊົນລະປະທານສາທາລະນະປະໂຫຍດ; ພິຈາລະນາ, ໃຫ້ສັດຕະຍາບັນຂໍ້ສະເໜີແຕ່ງຕັ້ງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳຢູ່ບາງປະເທດ ອາຍຸການ 2017 – 2020.

        ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ກໍ່ສະຫຼຸບກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ແລະ ໃຫ້ຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 14… ຄາດວ່າ, ກອງປະຊຸມຄັ້ງທີ 19 ຂອງຄະນະປະຈຳສະພາແຫ່ງຊາດຈະແກ່ຍາວຮອດວັນທີ 14 ທັນວາ 2017.

ຕອບກັບ

ຂ່າວ/ບົດ​ອື່ນ