ໄຂ​ກອງ​ປະ​ຊຸ​ມ​ຄັ້ງ​ທີ 36 ຂອງ​ຄະ​ນະ​ປະ​ຈຳ​​ສະ​ພາ​ແຫ່ງ​ຊາ​ດ​​ຊຸດ​ທີ XIV

(VOVWORLD) ຕອນເຊົ້າວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 36 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ໄດ້ໄຂຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ. 

ໄຂ​ກອງ​ປະ​ຊຸ​ມ​ຄັ້ງ​ທີ 36 ຂອງ​ຄະ​ນະ​ປະ​ຈຳ​​ສະ​ພາ​ແຫ່ງ​ຊາ​ດ​​ຊຸດ​ທີ XIV - ảnh 1

ກອງປະຊຸມຄັ້ງທີ 36 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ XIV (ພາບ: TTXVN)

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ  ໃນກອງປະຊຸມຄັ້ງນີ້, ຄະນະປະຈໍາສະພາແຫ່ງຊາດ ຈະປະກອບຄໍາເຫັນໃສ່ຮ່າງກົດໝາຍ 5 ສະບັບ ແລະ ຮ່າງມະຕິ 01 ສະບັບ ຂອງ ສະພາແຫ່ງຊາດ; ພິຈາລະຈາຮ່າງມະຕິກ່ຽວກັບການແກ້ໄຂບາງມາດຕາຂອງກົດໝາຍວ່າດ້ວຍຜັງເມືອງ ແລະ ບັນຫາສໍາຄັນຈໍານວນໜຶ່ງອີກດ້ວຍ.

ໃນຕອນເຊົ້າວັນທີ 12 ສິງຫາ, ຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາເຫັນກ່ຽວກັບບາງບັນຫາທີ່ຍັງມີທັດສະນະແຕກຕ່າງກັນຂອງຮ່າງກົດໝາຍສະບັບປັງປຸງ; ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ...

ຕອນບ່າຍວັນທີ 12 ສິງຫາ, ຄະນະປະຈໍາສະພາແຫ່ງຊາດໄດ້ປະກອບຄໍາເຫັນກ່ຽວກັບບາງບັນຫາທີ່ຍັງມີທັດສະນະແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ແລະ ຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການຍົກເວັ້ນຄ່່າທໍານຽມຂໍອະນຸຍາດໃຫ້ຂຸດຄົ້ນແຮ່ທາດ ແລະ ຂຸດຄົ້ນແຫຼ່ງຊັບພະຍາກອນນໍ້າ. ກອງປະຊຸມຈະດຳເນີນໃນລະຫວ່າງວັນທີ 12 – 16 ສິງຫາ.“

ຕອບກັບ

ຂ່າວ/ບົດ​ອື່ນ