ໄຂກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 8 (MCIS-8)

(VOVWORLD) -ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 8, ປີ 2019 ໄດ້ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ເມສາ, ຢູ່ ມົດສະກູ, ປະເທດລັດເຊຍ. 
ໄຂກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 8 (MCIS-8) - ảnh 1ພິທີໄຂກອງປະຊຸມ ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ຄັ້ງທີ 8 ໃນວັນທີ 24 ເມສາ, ຢູ່ ມົດສະກູ

ກອງປະຊຸມຖືກດໍາເນີນໃນລະຫວ່າງ 23 – 25 ເມສາ ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 1.000 ທ່ານ ທີ່ມາຈາກ 111 ປະເທດໃນໂລກ. ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ, ໂດຍທ່ານພົນໂທ ຟານວັນຢາງ, ຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າ.

        ກອງປະຊຸມຄວາມໝັ້ນຄົງສາກົນ ມົດສະກູ ແມ່ນເຫດການຖືກຈັດຂຶ້ນປະຈໍາປີ ໂດຍກະຊວງປ້ອງກັນປະເທດລັດເຊຍ ເປັນເຈົ້າພາບຈັດຕັ້ງ. ເນື້ອໃນຂອງກອງປະຊຸມປີນີ້ ແມ່ນສຸມໃສ່ບັນດາບັນຫາຄື: ໄພອັນຕະລາຍຕ່າງໆ ແລະ ໄພນາບຂູ່ດ້ານການທະຫານໃນປັດຈຸບັນ; ສະພາບການຢູ່ຕາເວັນອອກກາງ ດ້ວຍເນື້ອໃນຈຸດສຸມແມ່ນ ສ້າງສະຖຽນລະພາບຮອບດ້ານຢູ່ ຊີຣີ... ທີ່ບັນດາກອງປະຊຸມຫົວເລື່ອງ, ບັນດາຜູ້ແທນຈະພິຈາລະນາບັນຫາສ້າງສັນຕິພາບ, ເປີດກວ້າງການຮ່ວມມືດ້ານການທະຫານ, ຄວາມໝັ້ນຄົງໃນພາກພື້ນ ອາຊີ, ອາຟະລິກາ ແລະ ອາເມລິກາ ລາຕີນ. 

ຕອບກັບ

ຂ່າວ/ບົດ​ອື່ນ