ໄຂກອງປະຊຸມພະນັກງານທົ່ວປະເທດກ່ຽວກັບການເຜີຍແຜ່,ຊາບຊຶມມະຕິສູນກາງພັກຄັ້ງ4ກ່ຽວກັບການກໍ່ສ້າງພັກ

ໄຂກອງປະຊຸມພະນັກງານທົ່ວປະເທດກ່ຽວກັບການເຜີຍແຜ່,ຊາບຊຶມມະຕິສູນກາງພັກຄັ້ງ4ກ່ຽວກັບການກໍ່ສ້າງພັກ - ảnh 1
ໄຂກອງປະຊຸມພະນັກງານທົ່ວປະເທດກ່ຽວກັບການເຜີຍແຜ່
,ຊາບຊຶມມະຕິສູນກາງພັກຄັ້ງ4ກ່ຽວກັບການກໍ່ສ້າງພັກ

(vovworld) - ຕອນ​ເຊົ້າ​ວັນ​ທີ 09/12 ຢູ່ ຮ່າ​ໂນ້ຍ, ກົມ​ການ​ເມືອງ​ໄດ້​ຈັດ​ຕັ້ງ​ກ​​ອງປະຊຸມ​ຜ່ານ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ພະນັກງານ​ທົ່ວ​ປະ​ເທດ​ກ່ຽວ​ກັບ​​ເຜີຍ​ແຜ່, ຊາບ​ຊຶມ​ມະຕິ​ກອງ​ປະ​ຊຸມສູນ​ກາງພັກ​ຄັ້ງ​ທີ 4 ຊຸດ​ທີ 12 ກ່ຽວ​ກັບ​ເພີ່ມ​ທະວີການ​ກໍ່ສ້າງ​ພັກ, ປັບປຸງ​ພັກ; ສະ​ກັດ​ກັ້ນ, ຍູ້​ການ​ເສື່ອ​ນທາດ​ເສຍ​ຄຸນ​ ​ກ່ຽວ​ກັບ​ແນວ​ຄວາມ​ຄິດ​ການ​ເມືອງ, ຄຸນສົມບັດ, ວິຖີ​ຊີວິດໃຫ້​ຖອຍ​ໄປ, ບັນດາ​ປະກົດ​ການ “ຜັນ​ແປ່​ເອງ”, “ຫັນປ່ຽນ​​ເອງ” ​ພາຍ​ໃນ​ພັກ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ: ​ເລື່ອງ​ຜັນ​ຂະຫຍາຍ​ມະຕິ​ຕ້ອງ​ປະຕິບັດ​ຢ່າງຄົບ​ຊຸດ​ກັບ​ບັນດາ​ມະຕິ​ອື່ນໆ​ຂອງ​ສູນ​ກາງ, ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຂອງ​ລັດຖະບານ ​ເພື່ອ​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດສັງຄົມ, ປົກ​ປັກ​ຮັກສາ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ​ເປີດ​ກ້ວາງ​ການ​ພົວພັນ​ກັບ​ຕ່າງປະ​ເທດ, ສ້າງສະພາບ​ການ​ເປັນປົກກະຕິ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃນ​ພັກ​ໃນ​ປະຊາຊົນ; ຕ້ອງ​ເພີ່ມ​ທະວີການ​ກະຕຸກ​ຊຸກຍູ້​ກວດກາ.

        “​ເພື່ອ​ປະຕິບັດ​ມະຕິ​ສູນ​ກາງພັກ ຄັ້ງ​ທີ 4 ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ​ເປັນ​ຢ່າງ​ດີ ຕ້ອງ​ມີ​ການ​ຮັບ​ຮູ້​ດີ, ​ແນວ​​ຄິດທະລຸ​ລົ​ງ, ມີຄວາມ​ຕັດສິນ​ໃຈ​ໃຫຍ່ ​ແລະ ທິດ​ທາງ​ຖືກຕ້ອງ. ກົມ​ການ​ເມືອງ​ເຊື່ອ​ໝັ້ນວ່າ: ດ້ວຍ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງສູງສຸດຂອງ​ທົ່ວ​ພັກ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະໜັບສະໜູນ​ແຮງ​ຂອງ​ທົ່ວ​ປວງ​ຊົນ, ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ລະບົບ​ການ​ເມືອງ, ຈະ​ຫັນປ່ຽນ​ໄດ້​ສະພາບ​ການ​ຢ່າງ​ແນ່ນ​ອນ, ບໍ່​ເຮັດ​ໃຫ້​ ​ປະຊາຊົນ​​ເສຍ​ຫວັງ​ຕໍ່ພັກ, ​ເພື່ອ​ກໍ່ສ້າງ​ພັກ​ນັບ​ມື້​ນັບ​​ໂປ່​ງ​ໃສ, ​ເຂັ້ນ​ແຂງ.

ຂ່າວ/ບົດ​ອື່ນ