ໄຂກອງປະຊຸມລັດຖະມົນຕີກະຊວງສາທາລະນະສຸກອາຊຽນຄັ້ງທີ12

ໄຂກອງປະຊຸມລັດຖະມົນຕີກະຊວງສາທາລະນະສຸກອາຊຽນຄັ້ງທີ12 - ảnh 1

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງກ່າວ​ຄຳ​ເຫັນ​
ທີ່ກອງ​ປະ​ຊຸມ
ພາບ:TTXVN

(vovworld)- ຕອນ​ເຊົ້າ​ວັນ​ທີ 18/9 ຢູ່​ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ເຕີນ​ຢູງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ປາ​ໄສ ທີ່ກອງ​ປະ​ຊຸມ ລັດ​ຖ​ະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອາ​ຊຽນ​ຄັ້ງ​ທີ12  ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ສຸ​ຂະ​ພາບ​ດີກວ່າ​ໃຫ້​ແກ່​ປະ​ຊາ​ຄົມ​ອາ​ຊຽນຫລັງ​ປີ 2015” ​. ນີ້​ເປັນ​ຄັ້ງ​ທຳ​ອິດ ກອງ​ປະ​ຊຸມລັດ​ຖ​ະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອາ​ຊຽນ​  ຖືກ​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ ໂດຍ​ມີ​ການ​ເຂົ້າ​ຮ່ວມ ຂອງ​ຜູ້​ແທນ​ເກືອບ 200 ທ່ານ ຊື່ງ​ແມ່ນ​ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຄະ​ນະ​​ຜູ​້​ແທນ​ການ​ແພດ​ຂອງ 10 ປະ​ເທດ ອາ​ຊຽນ ແລະ ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື ນັ້ນ​ແມ່ນ​ຈີນ, ສ​ເກົາ​ຫລີ, ຍີ່​ປຸ່ນ, ຜູ້​ຕາງ​ຫນ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເນັ້ນ​ຫນັກ​ວ່າ: ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃນ​ ອ​າ​ຊຽນ ພວມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ປະ​ຊາ​ຄົມ​ ອາ​ຊຽນ ສຳ​ເລັດ​ໃນ​ປີ 2015, ໃນ​ນັ້ນ ເລື່ອງ​ສົ່ງ​ເສີມ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ມີ​ຄວາມ​ສຳ​ຄັນ​ຍິ່ງ, ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນມະ​ນຸດ, ສ້າງ​ກຳ​ລັງ​ຫນູນ​​ແກ່​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຍືນ​ຍົງ​ຂອງ ອາ​ຊຽນ ກໍ​ຄື​ຂອງ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ. ເພື່ອ​ສ້າງປະ​ຊາ​ຄົມ​ອາ​ຊຽນ ມຸ່ງ​ໄປ​ເຖິງ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເນັ້ນ​ຫນັກ​ວ່າ:

        “ພວກ​ເຮົາ​​ຄວນເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສ້າງ​ຕາ​ຫນ່າງ​ສາ​ທາ​ລະ​ນະ​ສຸກ​​ໃນທົ່ວ​ປວງ​ຊົນ, ຮັບ​ປະ​ກັນ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຄົນ​ລ້ວນ​ແຕ່​ໄດ້​ຊົມ​ໃຊ້​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ​ມີ​ຄຸນ​ນະ​ພາບ​ສູງ. ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ຕິດ​ແປດ​ ທີ່​ພວມ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ​ໃນ​ໂລກ ແລະ ໃນ​ພາກ​ພື້ນ​ອາ​ຊຽນ. ຄວາມ​ຈິງນີ້​ຮຽກ​ຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ຮ່ວມ​ມື​ນຳ​ກັນ​ຢ່າງ​ແຫນ້ນ​ແຟ້ນກວ່າ.”

        ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕ​ີ​ນ​ຢູງ​ ແລ້ວ, ໃນ​ຊຸມ​ປີ​ຜ່ານ​ມາ ວຽກ​ງານ​ຮັກ​ສາ ແລະ ສົ່ງ​ເສີມ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ຫວຽດ​ນາມ​ ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ສຳ​ຄັນ ແລະ ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ຂອງ ສ​ປ​ຊ. ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ໄດ້​ມີ 3/4 ຈຳ​ນວນ​ພົນ​ລະ​ເມືອງ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ປະ​ກັນ​ສຸ​ຂະ​ພາບ. ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ນັບ​ທັງ​ປະ​ລິ​ມານ ແລະ ຄຸນ​ນະ​ພາບ. ບັນ​ດາ​ດັດ​ຊະ​ນີ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ ບັນ​ລຸ​ລະ​ດັບ​ສູງກວ່າ​ເມື່ອ​ທຽບ​ໃສ່​ຫລາຍ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ເທົ່າ​ກັບ​ຫວຽດ​ນາມ.

 

 

 

ຂ່າວ/ບົດ​ອື່ນ