ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 50 (AMM-50)

(VOVWORLD) - ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 50 (AMM 50) ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 5 ສິງຫາ, ທີ່ສູນກອງປະຊຸມສາກົນຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ ດ້ວຍການເຂົ້າຮ່ວມຂອງ 10 ປະເທດສະມາຊິກ. ທ່ານ ຟ້າມບີ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ AMM 50 ແລະ ບັນດາກອງປະຊຸມກ່ຽວຂ້ອງ.
ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 50 (AMM-50) - ảnh 1 ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Alan Peter Cayetano, ລັດຖະມົນຕີການຕ່າງປະເທດ ຟີລິບປິນ ເນັ້ນໜັກວ່າ: ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ, ອາຊຽນ ໄດ້ວາງຈຸດໝາຍແມ່ນ “ໃຫ້ຄຳໝັ້ນສັນຍາສະຖຽນລະພາບ, ເປັນປົກກະຕິ ແລະ ພັດທະນາເສດຖະກິດໃຫ້ແກ່ປະຊາຊົນ”.

“ດ້ວຍພົນລະເມືອງກ່ວາ 600 ລ້ານຄົນ, ອາຊຽນ ມີຍອດ GDP ບັນລຸກ່ວາ 2.400 ຕື້ USD. ອາຊຽນ ພວມກາຍເປັນໜຶ່ງໃນບັນດາກຳລັງໜູນເຕີບໂຕເສດຖະກິດທົ່ວໂລກ. ຖ້າຄິດໄລ່ແມ່ນພື້ນຖານເສດຖະກິດດຽວແລ້ວ, ອາຊຽນ ຈະແມ່ນກຸ່ມພື້ນຖານເສດຖະກິດມີລະດັບພັດທະນາໄວທີ່ສາມຢູ່ ອາຊີ, ຖັດຈາກ ຈີນ ແລະ ອິນເດຍ.”

ປະຈຸບັນ, ອາຊຽນ ບໍ່ພຽງແຕ່ແມ່ນກົນໄກຄູ່ເຈລະຈາພາຍໃນກຸ່ມລະຫວ່າງບັນດາປະເທດສະມາຊິກເທົ່ານັ້ນ ຫາກຍັງສ້າງໄດ້ການພົວພັນຮ່ວມມືຫຼາຍດ້ານກັບບັນດາຄູ່ຮ່ວມມືສຳຄັນໃນໂລກຄື: ອາເມລິກາ, ລັດເຊຍ, ຈີນ, ສ ເກົາຫຼີ, ຍີ່ປຸ່ນ ອີກດ້ວຍ… ເລີ່ມຕົ້ນດ້ວຍຜົນສຳເລັດ ແລະ ຮັກສາບົດບາດເປັນເຈົ້າພາທາງໃນບາງຂອບເຂດຮ່ວມມືພາກພື້ນ, ກໍ່ຄືການພົວພັນກັບຫຼາຍອົງການນອກພາກພື້ນ. ເຖິງຢ່າງໃດກໍ່ຕາມ, ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Alan Peter Cayetano ກໍ່ຢືນຢັນວ່າ:

“ອາຊຽນ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາຄູ່ຮ່ວມມືສຳຄັນແກ້ໄຂບັນດາຄວາມວິຕົກວັງວົນລວມ, ໜູນຊ່ວຍວິວັດທະນາການສ້າງປະຊາຄົມ ອາຊຽນ, ກໍ່ຄືສົ່ງເສີມບັນດາຄູ່ຮ່ວມມືເຂົ້າຮ່ວມ ແລະ ປະກອບສ່ວນຕັ້ງໜ້າເຂົ້າໃນການຮ່ວມມືພາກພື້ນ. ເຖິງຢ່າງໃດກໍ່ຕາມ, ອາຊຽນ ຍັງຢືນຢັນບົດບາດໃຈກາງໃນໂຄງປະກອບຄວາມໝັ້ນຄົງພາກພື້ນ.”

ທີ່ກອງປະຊຸມຄັ້ງນີ້, ບັນດາລັດຖະມົນຕີຈະປຶກສາຫາລືບັນດາຄວາມກ້າວໜ້າຂອງພາກພື້ນໃນການຜັນຂະຫຍາຍບັນດາຂໍ້ລິເລີ່ມສຳຄັນ, ກວດກາວິວັດທະນາການ ແລະ ກຳນົດທິດອະນາຄົດຂອງບັນດາຄວາມມານະພະຍາຍາມສ້າງປະຊາຄົມ ອາຊຽນ, ເລື່ອງປະຕິບັດແຜນການປະຊາຄົມການເມືອງ - ຄວາມໝັ້ນຄົງ ປີ 2025 ແລະ ວຽກງານກະກຽມໃຫ້ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະໄດ້ຮັບການຈັດຕັ້ງໃນເດືອນພະຈິກຈະມາເຖິງ.

        ທີ່ວາລະປະຊຸມຄົບຄະນະ, ບັນດາລັດຖະມົນຕີ ໄດ້ປຶກສາຫາລືລາຍລະອຽດ ກ່ຽວກັບບັນດາກອງປະຊຸມຂອງກຸ່ມພາກພື້ນກັບ 17 ຄູ່ເຈລະຈາ, ເຊິ່ງລວມມີບັນດາປະເທດມະຫາອຳນາດຄື: ອາເມລິກາ, ລັດເຊຍ, ຍີ່ປຸ່ນ ແລະ ຈີນ. ບັນດາບັນຫາທີ່ລໍຄອຍຈະໄດ້ນຳມາປຶກສາຫາລືລະຫວ່າງບັນດານັກການທູດແຖວໜ້າລວມມີ: ການປອດນິວເຄຼຍໃນແຫຼມ ເກົາຫຼີ, ແກ້ໄຂການຂັດແຍ້ງທາງດ້ານເຂດນ້ຳແດນດິນຢູ່ທະເລຕາເວັນອອກ, ການກໍ່ການຮ້າຍ, ລັດທິຫົວຮຸນແຮງ ແລະ ອາດຊະຍາກຳຂ້າມຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ