ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ເວທີປາໄສຮ່ວມມືອາຊີ-ເອີລົບ ຄັ້ງທີ 13

(VOVWORLD) -ກອງປະຊຸມ ASEM 13 ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 20 ພະຈິກຢູ່ນະຄອນຫຼວງ ນາປີຕາວ ປະເທດມ້ຽນມາ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ
ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ເວທີປາໄສຮ່ວມມືອາຊີ-ເອີລົບ ຄັ້ງທີ 13 - ảnh 1ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ເວທີປາໄສຮ່ວມມືອາຊີ-ເອີລົບ ຄັ້ງທີ 13 

ທີ່ກອງປະຊຸມຄັ້ງນີ້, ຈະມີ 3 ວາລະປຶກສາຫາລືບັນດາມາດຕະການ ແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເພີ່ມທະວີການພົວພັນຄູ່ຮ່ວມມືໃນການຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຜ່ອນເບົາ ແລະ ຄຸ້ມຄອງໄພທຳມະຊາດ, ການຄ້ຳປະກັນສະບຽງອາຫານ, ແຫຼ່ງນ້ຳ, ຮັດແຄບຄວາມແຕກໂຕ່ນກັນໃນການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ