ໄຂກອງປະຊຸມລັດຖະມົນຕີຍຸຕິທຳອາຊຽນຄັ້ງທີ 10

(VOVWORLD) -ກອງປະຊຸມລັດຖະມົນຕີຍຸຕິທຳອາຊຽນຄັ້ງທີ 10 (ALAWMM 10) ໄຂຂຶ້ນໃນຕອນເຊົ້າວັນທີ 12 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຄະນະເລຂາອາຊຽນ.
ໄຂກອງປະຊຸມລັດຖະມົນຕີຍຸຕິທຳອາຊຽນຄັ້ງທີ 10 - ảnh 1 (ໄຂກອງປະຊຸມລັດຖະມົນຕີຍຸຕິທຳອາຊຽນຄັ້ງທີ 10)

ກອງປະຊຸມລັດຖະມົນຕີຍຸຕິທຳ ແມ່ນກາລະໂອກາດເພື່ອໃຫ້ບັນດາສະມາຊິກແບ່ງປັນສະພາບການພັດທະນາ, ວຽກງານປະຕິຮູບກົດໝາຍ ແລະ ຍຸຕິທຳຂອງແຕ່ລະປະເທດ. ພ້ອມກັບຄວາມມານະພະຍາຍາມຈາກຝ່າຍລັດ, ລັດຖະບານ, ຂະແໜງຕຸລາການບັນດາປະເທດອາຊຽນ ກໍ່ມີການປະກອບສ່ວນສຳຄັນໃຫ້ແກ່ວິວັດການຮ່ວມສຳພັນກັບພາກພື້ນ.

        ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດ ແລະ ທີ່ຕັ້ງຂອງຕົນໃນວຽກງານຕັ້ງໜ້າປະກອບສ່ວນໃຫ້ແກ່ວິວັດການປຶກສາຫາລື, ວາງອອກບັນດາທິດທາງເພື່ອແນໃສ່ຮັບປະກັນການຜັນຂະຫຍາຍຢ່າງມີປະສິດທິຜົນ, ຖືກກັບຄວາມຄືບໜ້າບັນດາລາຍການ, ແຜນການຮ່ວມມືດ້ານກົດໝາຍທີ່ໄດ້ວາງອອກ ຕາມບັນດາຂອບເຂດ ແລະ ຂັ້ນຕອນທີ່ໄດ້ກຳນົດໄວ້. ພ້ອມທັງຫວັງວ່າ, ບັນດາຂໍ້ລິເລີ່ມທີ່ໄດ້ຮັບການຮັບຮອງເອົາທີ່ບັນດາກອງປະຊຸມລັດຖະມົນຕີຍຸຕິທຳອາຊຽນ ຄັ້ງກ່ອນນີ້, ພ້ອມກັບຂໍ້ລິເລີ່ມຈະສືບຕໍ່ໄດ້ຮັບການພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມຄັ້ງນີ້ ຈະໄດ້ຜັນຂະຫຍາຍຢ່າງແຮງກວ່າໃນໄລຍະຈະມາເຖິງ, ນຳການຮ່ວມມືດ້ານກົດໝາຍ ແລະ ຍຸດຕິທຳໃນອາຊຽນ ບັນລຸປະສິດທະຜົນກວ່າ, ປະກອບສ່ວນສ້າງປະຊາຄົມກົດໝາຍ ແລະ ຍຸຕິທຳອາຊຽນ ຮ່ວມສຳພັນກັນຢ່າງແໜ້ນແຟ້ນ, ມີຄວາມສາມັກຄີ, ເປັນເອກະພາບກັນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ